ອົງການອາຫານໂລກໃຫ້ທຶນສະໜັບສະໜູນລາວເກືອບ 60 ພັນໂດລາ ກະກຽມຄວາມພ້ອມຮັບມືກັບເຫດສຸກເສີນ

ໃນວັນທີ 14 ກັນຍານີ້ ທີ່ນະຄອນຫລວງວຽງຈັນ, ອົງການອາຫານໂລກປະຈໍາ ສປປ ລາວ ໄດ້ມອບເຕັ້ນສຳລັບການສ້າງສາງເຄື່ອນທີ່ ຈຳນວນ 4 ຊຸດ ມີມູນຄ່າ 59.600 ໂດລາສະຫະລັດ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໃຊ້ເຂົ້າໃນການບັນຈຸສະບຽງອາຫານ ແລະ ເຄື່ອງບັນເທົາທຸກສຳລັບຢູ່ໄຊຍະບູລີ, ບໍ່ແກ້ວ, ຫລວງນໍ້າທາ ແລະ ສະຫວັນນະເຂດ ເມື່ອເວລາທີ່ມີໄພພິບັດເກີດຂຶ້ນ ເພື່ອສາມາດນຳເອົາອອກມາຕິດຕັ້ງໄດ້ຢ່າງວ່ອງໄວ ເຊິ່ງແຕ່ລະເຕັ້ນຈະສາມາດບັນຈຸເຄື່ອງອຸປະກອນບັນເທົາທຸກໄດ້ເຖິງ 500 ໂຕນ ແລະ ສາມາດສ້າງເປັນສູນໂລຈິສຕິກທີ່ພ້ອມໃຊ້ງານໄດ້ໃນກໍລະນີທີ່ມີຄວາມຈຳເປັນ.
ຫົວໜ້າກົມສັງຄົມສົງເຄາະ ທັງເປັນຫົວໜ້າກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ສາງດັ່ງກ່າວຈະມີອຸປະກອນທີ່ອໍານວຍຄວາມສະດວກໃນການຈັດເກັບເຄື່ອງມື ແລະ ອຸປະກອນບັນເທົາທຸກເຊັ່ນ: ປະເພດອາຫານ ແລະ ອຸປະກອນດ້ານຄວາມປອດໄພທີ່ຈະໄດ້ຮັບການເກັບມ້ຽນຢ່າງປອດໄພ ປາສະຈາກຄວາມເສຍຫາຍອື່ນໆ ເພື່ອນໍາໄປໃຊ້ໃນການໂຕ້ຕອບກັບໄພພິບັດ ແລະ ສະຖານະການສຸກເສີນຕ່າງໆ. ຜ່ານມາທາງອົງການອາຫານໂລກ ກໍໄດ້ມີການມອບ ແລະ ຕິດຕັ້ງໄປກ່ອນໜ້ານີ້ ຈໍານວນ 4 ຊຸດ ຢູ່ແຂວງອັດຕະປື, ເຊກອງ, ຄຳມ່ວນ ແລະ ແຂວງອຸດົມໄຊ ເພື່ອສາມາດຮັບມືກັບໄພພິບັດຕ່າງໆທີ່ອາດຈະເກີດຂຶ້ນ.


