ສານປະຕິເສດເອົາຊາວອົບພະຍົບເຂົ້າເມືອງຜິດກົດໝາຍ ອອກຈາກບັນຊີກວດກາພົນລະເມືອງຂອງສະຫະລັດ

ແຫຼ່ງຂ່າວວັນທີ ຈາກ zingnews, ວັນທີ 11 ກັນຍາ ໃຫ້ຮູ້ວ່າ: ສະພາທະນາຍຄວາມລະຫວ່າງລັດ 3 ຄົນ ໃນວັນທີ 10 ກັນຍາ ໄດ້ປະຕິເສດຄຳເຫັນຂອງປະທານາທິບໍດີ ໂດນັລທຣຳ ທີ່ໃຫ້ເອົາຊາວອົບພະຍົບຕ່າງຊາດເຂົ້າເມືອງອອກຈາກບັນຊີລາຍຊື່ກວດກາພົນລະເມືອງຂອງສະຫະລັດ.

ສະພາທະນາຍຄວາມລະຫວ່າງລັດຢູ່ທີ່ ນິວຢອກ ໃຫ້ຮູ້ວ່າ: ຄຳສັ່ງຂອງປະທານາທິບໍດີ ສະຫະລັດ ອອກເມື່ອເດືອນກໍລະກົດຜ່ານມານັ້ນທີ່ບອກວ່າໃຫ້ເອົາຊາວອົບພະຍົບເຂົ້າເມືອງອອກຈາກບັນຊີລາຍຊື່ກວດກາພົນລະເມືອງ ແມ່ນຂັດກັບກົດໝາຍ ແລະ ຈະເປັນຜົນພວງສ້າງຄວາມກະທົບແກ່ຍາວຫຼາຍທົດສະວັດ.

ສະນັ້ນ, ພວກເຂົາຈຶ່ງໄດ້ຫ້າມບໍ່ໃຫ້ລັດຖະມົນຕີກະຊວງການຄ້າ, ທ່ານ Wilbur Ross ເອົາຊາວອົບພະຍົບເຂົ້າເມືອງຜິດກົດໝາຍອອກຈາກບັນຊີກວດກາພົນລະເມືອງໃນປີ 2020 ຂອງສະຫະລັດ. ເພາະ ລັດຖະມົນຕີກະຊວງການຄ້າຄົນດັ່ງກ່າວ ແມ່ນອົງການຄຸ້ມຄອງການກວດກາພົນລະເມືອງຂອງສະຫະລັດ.

ບັນດາທະນາຍຄວາມໃຫ້ຮູ້ວ່າ: ຄຳສັ່ງຂອງປະທານາທິບໍດີນັ້ນ ມັນເປັນການລະເມີດກົດໝາຍການຄຸ້ມຄອງໃນການກວດກາພົນລະເມືອງ. ການກວດກາພົນລະເມືອງ 10 ໃດດຳເນີນເທື່ອໜຶ່ງ, ການກວດກາພົນລະເມືອງຍັງເປັນພື້ນຖານໃຫ້ແກ່ການແບ່ງປັນບ່ອນນັ່ງໃນສະພາຕື່ມອີກ.

ເຖິງຢ່າງໃດກໍຕາມ,  ທຣຳ ຮຽກຮ້ອງໃຫ້ຜົນການກວດກາພົນລະເມືອງອອກມາເປັນ 2 ຍອນຄື: ພົນລະເມືອງຊາວອາເມລິກາ ແລະ ຊາວອົບພະຍົບຜິດກົດໝາຍແຍກອອກຈາກກັນ.

ບັນດາທະນາຍຄວາມໂຕ້ຄືນວ່າ: ພົນລະເມືອທີ່ດຳລົງຊີວິດຜິດກົດໝາຍໃນສະຫະລັດມີເງື່ອນໄຂພຽງພໍທີ່ຈະນັບເຂົ້າເປັນພົນເມືອງຂອງແຕ່ລະລັດທີ່ເຂົາກຳລັງດຳລົງຊີວິດຢູ່. ບັນດາທະນາຍຄວາມຍັງປະຕິເສດບໍ່ໃຫ້ຮູ້ວ່າຄຳສັ່ງຂອງປະທານາທິບໍດີນັ້ນຜິດກັບລັດຖະທຳມະນູນຫຼືບໍ່.

ຂ່າວ: ລູກເມືອງພວນ.