ເຂົ້າຮ້ານເສີມສວຍແຕ່ງຊົງຜົມ ບໍ່ໃສ່ຜ້າອັດປາກ ປະທານສະພາຜູ້ແທນປະຊາຊົນສະຫະລັດ ຖືກຟ້ອງດຳເນີນຄະດີ

ສຳນັກຂ່າວ vietnamnet, ວັນທີ 10 ກັນຍານີ້ ໃຫ້ຮູ້ວ່າ: ມີຢ່າງໜ້ອຍ 16.000 ຄົນໄດ້ລົງລາຍຊື່ໃນກ້ານຟ້ອງ ເພື່ອຮຽກຮ້ອງໃຫ້ດຳເນີນຄະດີກັບປະທານສະພາຜູ້ແທນປະຊາຊົນຂອງສະຫະລັດທ່ານນາງ Nancy Pelosi ອັນເນື່ອງມາຈາກເຂົາເຂົ້າຮ້ານເສີມສວຍແຕ່ງຊົງຜົມບໍ່ໃສ່ຜ້າອັດປາກ.
ສຳນັກຂ່າວ Daily Mail ໃຫ້ຮູ້ວ່າ: ກ້ານຟ້ອງດັ່ງກ່າວຍັງບໍ່ພຽງພໍລາຍຊື່ຕື່ມອີກ 4.000 ລາຍຊື່ຕາມກຳນົດ. ກ້ານຟ້ອງດັ່ງກ່າວໄດ້ເລັ່ງທວງໃຫ້ຫົວໜ້າເຈົ້າໜ້ທີ່ຕຳຫຼວດໃນລັດ San Francisco, ທ່ານ William Scott ເລັ່ງດຳເນີນຄະດີກັບທ່ານນາງ Nancy Pelosi, ພ້ອມດຽວກັນນີ້ຍັງມີຈົດໝາຍກ້ານໜຶ່ງຕິດຂັດໄປກັບກ້ານຟ້ອງ ຊຶ່ງມີເນື້ອໃນວ່າ: “ກົດໝາຍບໍ່ແມ່ນມີໄວ້ສຳລັບແຕ່ຜູ້ຕໍ່າຕ້ອຍດ້ອຍສິດອຳນາດ. ທ່ານນາງ Nancy Pelosi ບໍ່ສະເພາະແຕ່ລ່ວງລະເມີດຂໍ້ກຳນົດດ້ານສາທາລະນະສຸກເທົ່ານັ້ນ, ແຕ່ຫາກຍັງທຳລາຍດ້ານທຸລະກິດອີກດ້ວຍ ເພາະຜູ້ກ່ຽວບໍ່ຍອມຮັບຄວາມຮັບຜິດຊອບຂອງຕົນ. ໃນຂັ້ນຕົ້ນ ທ່ານນາງ Nancy Pelosi ຈະຕ້ອງໄດ້ດຳເນີນຄະດີຢູ່ໃນລັດ San Francisco”.
ໃນລະຫວ່າງເດືອນ ກໍລະກົດທີ່ຜ່ານມາ, ທ່ານນາງ Nancy Pelosi ປະກາດວ່າ: ສະມາຊິກສະພາຜູ້ແທນປະຊາຊົນທຸກຄົນຕ້ອງໃສ່ຜ້າອັດປາກ. ທ່ານກ່າວຢໍ້າວ່າ: ການບໍ່ໃສ່ຜ້າອັດປາກແມ່ນການລ່ວງລະເມີດທີ່ຮ້າຍແຮງ.
ຂ່າວ: ລູກເມືອງພວນ.

