‘ຊາໂນຟີ’ ເລັ່ງຕັ້ງລາຄາວັກຊີນໂຄວິດ ‘ບໍ່ຮອດ 10 ເອີໂຣ’

ປະທານຊາໂນຟີຝຣັ່ງເຜີຍ ວັກຊີນໂຄວິດຂອງບໍລິສັດ ຖ້າໄດ້ຮັບການອະນຸມັດ ລາຄາບໍ່ອາດຈະເກີນເຂັມລະ 10 ເອີໂຣ.
ທ່ານ ໂອລິວິເຢ ໂບຈິໂລ ປະທານບໍລິສັດຊາໂນຟີໃນຝຣັ່ງ ເປີດເຜີຍຕໍ່ສະຖານີວິທະຍຸແຟຣນອິນເຕີ ໃນວັນທີ 5 ກັນຍາວ່າ: ວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ທີ່ຊາໂນຟີກຳລັງພັດທະນາຮ່ວມກັບແກລ໊ກໂຊສະມິດໄຄ (GSK) ຂອງອັງກິດ ປັດຈຸບັນຍັງບໍ່ໄດ້ກຳນົດລາຄາ ແຕ່ຈະປະເມີນຕົ້ນທຶນໃນມໍ່ໆນີ້ ຄາດວ່າລາຄາເຂັມລະບໍ່ຮອດ 10 ເອີໂຣ.
ສ່ວນວັກຊີນຂອງຄູ່ແຂ່ງ ຄືແອສຕຣ້າເຊນເນກ້າ ທີ່ຄາດວ່າລາຄາໃນເອີຣົບເຂັ້ມລະປະມານ 2,5 ເອີໂຣ. ທ່ານ ໂບຈິໂລ ກ່າວວ່າ: ລາຄາທີ່ຕ່າງກັນເປັນຍ້ອນຊາໂນຟີໃຊ້ຊັບພະຍາກອນທຸກຢ່າງຈາກພາຍໃນບໍລິສັດ, ໃຊ້ນັກວິໄຈ ແລະ ສູນວິໄຈຂອງຕົນເອງ. ຂະນະທີ່ການຜະລິດຂອງແອສຕຣ້າເຊນເນກ້າບາງສ່ວນໃຊ້ວິທີເອົາຊໍສ.
ສ່ວນໂຄສົກຊາໂນຟີກ່າວຕໍ່ສຳນັກຂ່າວ AFP ວ່າ: ລາຄາສຸດທ້າຍຈະຕັດສິນໄດ້ກໍຕໍ່ເມື່ອທົດລອງວັກຊີນຮອດໄລຍະທີ 3 ແລ້ວ ລາຄາຕໍ່າກວ່າ 10 ເອີໂຣ ເປັນພຽງສົມມຸດໜຶ່ງທີ່ບໍລິສັດຄາດຄະເນ.
ປັດຈຸບັນ ບໍລິສັດຢາ ແລະ ໜ່ວຍງານລັດຖະບານທັງຫລາຍກຳລັງເລັ່ງມືຜະລິດວັກຊີນ ແລະ ຫາວິທີປິ່ນປົວໂຄວິດ-19 ທີ່ຂ້າຊີວິດປະຊາຊົນ 879.000 ກວ່າຄົນທົ່ວໂລກ ເສດຖະກິດເສຍຫາຍຢ່າງ ໜັກ.
ກ່ອນໜ້ານີ້, ຊາໂນຟີ ແລະ ຈີເອສເຄ ຖະແຫລງວ່າ: ໄດ້ເລີ່ມທົດລອງທາງຄລີນິກກັບວັກຊີນໂຄວິດທີ່ໃຊ້ໂປຣຕິນເປັນຖານ ຫວັງເຂົ້າສູ່ໄລຍະທີ 3 ພາຍໃນເດືອນທັນວາ ຖ້າສຳເລັດຄາດວ່າຈະໄດ້ຮັບການອະນຸມັດໃນ 6 ເດືອນຕົ້ນປີ 2021.
ນອກຈາກນີ້ ຊາໂນຟີຍັງຜະລິດວັກຊີນໂຄວິດ-19 ອີກ 1 ຊະນິດກັບບໍລິສັດທຣານສະເລດໄບໂອຂອງອາເມລິກາ ໂດຍໃຊ້ເຕັກໂນໂລຊີ “ແມສເຊນເຈີອາເອັນເອ”.

