ຄອສຕາຣິກາພັດທະນາຢາປິ່ນປົວໂຄວິດ-19 ດ້ວຍແອນຕິບໍດີຈາກມ້າ

ນັກວິໄຈຢູ່ຄອສຕາຣິກາເລີ່ມທົດລອງການປິ່ນປົວໂຄວິດ-19 ຕົ້ນທຶນຕໍ່າ ໂດຍໃຊ້ແອນຕິບໍດີຂອງມ້າທີ່ສັກເຊື້ອ SARS-CoV-2 ຫລື ເຊື້ອສ້າງພະຍາດໂຄວິດ-19 ເຂົ້າໄປ.
ວິທີປິ່ນປົວໂຄວິດ-19 ດັ່ງກ່າວພັດທະນາໂດຍ Clodomiro Picado Institute (ICP) ຂອງມະຫາວິທະຍາໄລຄອສຕາຣິກາ ໂຣມັນ ມາກາຢາ (Roman Macaya) ປະທານກອງທຶນປະກັນສັງຄົມທີ່ບໍລິຫານສູນສາທາລະນະສຸກ ເປີດເຜີຍວ່າ: ແອນຕິບໍດີຈາກມ້າຈະເອົາໄປທົດສອບກັບຜູ້ຕິດເຊື້ອ 26 ຄົນໃນກາງເດືອນກັນຍານີ້.
ທາງການຄອສຕາຣິກາຫວັງວ່າຈະສາມາດເລີ່ມໃຊ້ວິທີປິ່ນປົວນີ້ໄດ້ຢ່າງກວ້າງຂວາງໃນໂຮງໝໍ ຖ້າຜົນຈາກການສຶກສາໄລຍະທີ 2 ອອກມາໜ້າພໍໃຈ. ປັດຈຸບັນ ຄອສຕາຣິກາມີຜູ້ຕິດເຊື້ອໂຄວິດ-19 ສະສົມເກືອບ 47.000 ຄົນ, ເສຍຊີວິດ 478 ຄົນ.
ຄວາມພະຍາຍາມໃນການສ້າງແອນຕິບໍດີໂຄວິດ-19 ໃນມ້າແລ້ວເອົາມາສັກໃສ່ຄົນກຳລັງໄດ້ຮັບການສຶກສາຢູ່ອາເຈນຕິນາ ແລະ ບຣາຊິລເຊັ່ນກັນ. ຂະນະທີ່ນັກວິທະຍາສາດຢູ່ເບລຢ້ຽມໃຊ້ໂຕລາມະແທນມ້າ.
ນັກວິໄຈຊາວຄອສຕາຣິກາ ກ່າວວ່າ: ວິທີປິ່ນປົວໂຄວິດ-19 ຕໍ່ຍອດມາຈາກແນວທາງການໃຊ້ແອນຕິບໍດີຂອງມ້າ ເພື່ອພັດທະນາການຕ້ານພິດງູ, ພວກເຂົານຳເຂົ້າໂປຣຕິນຂອງໄວຣັສໂຄໂຣນາຈາກຈີນ ແລະ ສະຫະຣາຊະອານາຈັກສັກເຂົ້າໄປໃນມ້າ 6 ໂຕຈາກ 110 ໂຕທີ່ ICP ໃຊ້ໃນການທົດສອບ.
ຫລາຍອາທິດຕໍ່ມາ ເມື່ອມ້າພັດທະນາແອນຕິບໍດີໄດ້ພຽງພໍ ຈະເຈາະເລືອດ ແລະ ໃຊ້ແອນຕິບໍດີຈາກພລາສມາເປັນວັດຖຸດິບເຮັດເປັນຢາປິ່ນປົວໂຄວິດ-19 ຊະນິດສັກ.
ນັກວິໄຈ ກ່າວວ່າ: ຖ້າຢາປິ່ນປົວໂຄວິດ-19 ຈາກແອນຕິບໍດີມ້າໄດ້ຜົນ ພວກເຂົາຈະແບ່ງປັນວິທີ ແລະ ຢາປິ່ນປົວທີ່ຕົ້ນທຶນບໍ່ສູງນີ້ໃຫ້ປະເທດອື່ນໆຢູ່ອາເມລິກາກາງ ເຊິ່ງສ່ວນຫລາຍທຸກຍາກກວ່າຄອສຕາຣິກາ.

