ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນຄັ້ງທີ 53

ໃນວັນທີ 4 ກັນຍາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ປະກາດວ່າ: ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະດຳເນີນໃນລະຫວ່າງວັນທີ 9 – 12 ກັນຍາ 2020 ຕາມຮູບການທາງອອນລາຍ. ໃນຂອບເຂດກອງປະຊຸມຈະມີບັນດາກອງປະຊຸມຄື: ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນຄັ້ງທີ 53, ຄະນະກຳມະການສັນຍາພາກພື້ນອາຊີຕາເວນອອກສ່ຽງໃຕ້ບໍ່ມີອາວຸດນິວເຄຼຍ (SEANWFZ), ກອງປະຊຸມປະສານງານອາຊຽນຄັ້ງທີ 27, ກະຊວງການຕ່າງປະເທດ ອາຊຽນ + 1 (PMC) ກັບ 10 ປະເທດຄູ່ຮ່ວມມື, ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ + 3 (APT) ຄັ້ງທີ 21, ລັດຖະມົນຕີກະຊວງການຕ່າງປະເທດຂັ້ນສູງອາຊີຕາເວນອອກ (EAS) ຄັ້ງທີ 10, ເວທີປາໄສ ພາກພື້ນອາຊຽນ (ARF) ຄັ້ງທີ 27, ກອງປະຊຸມພິເສດສະພາປະສານງານ ອາຊຽນ ກ່ຽວກັບການພັດທະນາອານຸພາກພື້ນ, ການໂອ້ລົມສົນທະນາຂັ້ນລັດຖະມົນຕີອາຊຽນກ່ຽວກັບເພີ່ມທະວີບົດບາດຂອງແມ່ຍິງກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງ ແບບຍືນຍົງ ແລະ ການໂອ້ລົມສົນທະນາລະຫວ່າງບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ແລະ ບັນດາຜູ້ຕາງໜ້າຄະນະກຳມະການລະຫ່ວາງລັດຖະບານ ອາຊຽນກ່ຽວກັບສິດທິມະນຸດ. ຜູ້ຕາງໜ໊າປະທານອາຊຽນ 2020, ທ່ານຮອງນາຍົກລັດຖະມົນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຈະເປັນປະທານກອງປະຊຸມ.

