ເກົາຫຼີໃຕ້ຊອກຫາກີມຈິ 40 ໂຕນກັບຄືນມາ ພາຍຫຼັງມີພະນັກງານໃນໂຮງງານຕິດເຊື້ອໄວຣັດໂຄວິດ-19

ແຫຼ່ງຂ່າວຈາກ laodong, ວັນທີ 3 ກັນຍານີ້ ໂດຍອ້າງອີງແຫຼ່ງຂ່າວຈາກ Yonhap ໃຫ້ຮູ້ວ່າ: ພາຍຫຼັງພົບວ່າມີກຳມະກອນຄົນໜຶ່ງຊາວເນປານ ອາຍຸ 20 ປີ, ຊຶ່ງເປັນພະນັກງານຜະລິດກີມຈິ ຢູ່ທາງຕາເວັນຕົກສ່ຽງໃຕ້ຂອງເມືອງ Cheongyang, ແຂວງ Chungcheong Nam, ຂອງເກົາຫຼີໃຕ້ຕິດເຊື້ອໄວຣັດໂຄວິດ-19 ຊຶ່ງສະແດງອາການອອກຄ້າຍຄືກັບໄຂ້ຫວັດ.
ອົງການອະນາໄມພົບເຫັນ 131 ຄົນສຳຜັດໃກ້ສິດກັບຜູ້ຕິດເຊື້ອຄົນດັ່ງກ່າວ ແລະ ໄດ້ກວດຫາເຊື້ອພົບວ່າມີ 20 ຄົນເປັນຜົນບວກ. ພວກເຂົາແມ່ນພະນັກງານໃນໂຮງງານຜະລິດກີມຈິ ທັງໝົດ, ອາຍຸໃນລະຫວ່າງ 30 – 60 ປີ, ດຳລົງຊີວິດຢູ່ຮ່ວມກັນໃນບ້ານພັກ.
ເຈົ້າໜ້າທີ່ບໍ່ທັນຮູ້ຢ່າງຈະແຈ້ງວ່າມັນຕິດມາດ້ວຍເສັ້ນທາງໃດ. ກີມຈິ 10 ໂຕນຖືກທຳລາຍຖິ້ມ. ເຈົ້າໜ້າທີ່ກຳລັງຄົ້ນຫາຫາກິມຈິ 40 ໂຕນທີ່ຈຳໜ່າຍໃຫ້ກັບຮ້ານຄ້າຂາຍຍ່ອຍ, ລູກຄ້າຢູ່ໃນເມືອງ Daejeon, Jeju, Cheonan ແລະ Hwaseong ກັບຄືນມາ.
ຂ່າວ: ລູກເມືອງພວນ.

