ສະຫະລັດອາດຈະແຈກຢາຍວັກຊີນໂຄວິດ-19 ໃນວັນທີ 1 ພະຈິກ

ຂ່າວຈາກ zingnews, ວັນທີ 3 ກັນຍານີ້ ໃຫ້ຮູ້ວ່າ: ລັດຖະບານກາງຂອງສະຫະລັດຮຽກຮ້ອງໃຫ້ບັນດາລັດຕ່າງໆກະກຽມການແຈກຢາຍວັກຊີນໃນວັນທີ 1 ພະຈິທີ່ຈະມາເຖິງ.
ໃນຈຸດເວລາດັ່ງກ່າວ, ບັນດາຜູ້ຊ່ຽວຊານດ້ານການແພດມີຄວາມກັງວົນວ່າ: ເດືອນຕຸລາຈະມີສິ່ງແປກໃຈເກີດຂຶ້ນ, ນັ້ນກໍຄືວັກຊີນຈະໄດ້ຮັບການຮັບຮອງ ຈາກການຄິດໄລ່ທາງດ້ານການເມືອງກ່ອນການເລືອກຕັ້ງປະທານາທິບໍດີສະຫະລັດຫຼາຍກ່ວາທີ່ວິທະຍາສາດຈະເປັນໄປຕາມຂັ້ນຕອນຂອງລະບຽບການ.
“ແປກໃຈໃນເດືອນ 10” ແມ່ນເຫດການທີ່ມີການຄິດງໄລ່ໄວ້ລ່ວງໜ້າ, ເພື່ອຈຸດປະສົງຂອງການເລືອກຕັ້ງປະທານາທິບໍດີສະຫະລັດໃນເດືອນ ພະຈິກນັ້ນເອງ.
ໃນຈົດໝາຍສະບັບໜື່ງທີ່ສົ່ງໃຫ້ຜູ້ວ່າການແຕ່ລະລັດໃນທົ່ວສະຫະລັດຂອງທ່ານ Redfield ຫົວໜ້າສູນຄວບຄຸມແລະ ປ້ອງກັນພະຍາດຂອງສະຫະລັດ(CDC)ໃນວັນທີ 27 ສິງຫາ ໃຫ້ຮູ້ວ່າ: ແຕ່ລະລັດ ຈົ່ງຕຽມພ້ອມ “ໃນອະນາຄົດໃກ້” ຈະໄດ້ຮັບໃບອະນຸຍາດຈາກ McKesson Corp ທີ່ໄດ້ສັນຍາໄວ້ກັບCDC ເພື່ອຈະແຈກຢາຍວັກຊີນແລ້ວ. ທ່ານ ຂຽນວ່າ: “CDC ເລັ່ງຮຽກຮ້ອງການຊ່ວຍເຫຼືອຈາກແຕ່ລະລັດຍາດແຍ່ງໃຫ້ໄດ້ຮັບໃບອະນຸຍາດເບີກຈ່າຍວັກຊີນ”.
ແປຂ່າວ: ລູກເມືອງພວນ.

