ມຽນມາປິດເມືອງຫລວງ ເຂັ້ມງວດສະກັດກັ້ນໂຄວິດ-19

ທ່ານ ນາງ ອອງຊານ ຊູຈີ ຊີ້ການລະບາດຂອງໂຄວິດ-19 ເປັນໄພພິບັດຂອງປະເທດ, ຂະນະທີ່ມຽນມາ ອອກມາດຕະການກັກຕົວ-ກວດຫາເຊື້ອໄວຣັສໂຄໂຣນາສາຍພັນໃໝ່ໃນຜູ້ທີ່ເດີນທາງເຂົ້າເມືອງຫລວງ ຫລັງມີລາຍງານພົບຜູ້ຕິດເຊື້ອເພີ່ມຂຶ້ນຫລາຍໃນວັນທີ 2 ກັນຍາ.
ລັດຖະບານມຽນມາ ລະບຸວ່າ: ຜູ້ທີ່ຈະເດີນທາງເຂົ້ານະຄອນຫລວງເນປີດໍ ເມືອງຫລວງຂອງປະເທດ ຕ້ອງຖືກກັກຕົວ ແລະ ກວດຫາເຊື້ອໄວຣັສ ໂດຍຈະໄດ້ຮັບອະນຸຍາດໃຫ້ເຂົ້າເມືອງເມື່ອຜົນກວດເປັນລົບ, ສ່ວນຜູ້ທີ່ເດີນທາງມາຈາກພື້ນທີ່ທີ່ໄດ້ຮັບຜົນກະທົບໜັກຈະຖືກກັກຕົວໃນສະຖານທີ່ກັກຕົວຢ່າງໜ້ອຍ 7 ວັນ, ແຕ່ຖ້າຜົນກວດເຊື້ອເປັນລົບຈະໄດ້ຮັບອະນຸຍາດໃຫ້ອອກຈາກສະຖານທີ່ກັກຕົວໄວຂຶ້ນ.
ມຽນມາ ພົບການຕິດເຊື້ອພາຍໃນທ້ອງຖິ່ນຄັ້ງທຳອິດໃນຮອບ 1 ເດືອນ ໃນກາງເດືອນສິງຫາຜ່ານມາ ຢູ່ລັດຍະໄຂ່. ຫລັງຈາກນັ້ນ ຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມຂອງປະເທດເພີ່ມຂຶ້ນເກືອບ 2 ເທົ່າ ມີ 1.059 ຄົນ ແລະ ມີຜູ້ເສຍຊີວິດລວມ 6 ຄົນ ໂດຍການຕິດເຊື້ອຮອບຫລ້າສຸດເກີດຂຶ້ນຢູ່ເມືອງສິດຕະເວ ເມືອງເອກຂອງລັດຍະໄຂ່ ທີ່ເຈົ້າໜ້າທີ່ໄດ້ອອກຄຳສັ່ງໃຫ້ປະຊາຊົນຢູ່ແຕ່ເຮືອນ ແລະ ປະກາດໃຊ້ເຄີຟິວ.
ທ່ານ ນາງ ຊູຈີ ກ່າວວ່າ: ການລະບາດຂອງໂຄວິດ-19 ເປັນໄພພິບັດຂອງປະເທດ ແລະ ຜູ້ທີ່ຝ່າຝືນຄຳສັ່ງຈະຖືກລົງໂທດຕາມກົດໝາຍໄພພິບັດທາງທຳມະຊາດ ທີ່ມີໂທດຈຳຄຸກສູງສຸດ 1 ປີ.
ຂະນະທີ່ກະຊວງສາທາລະນະສຸກຟີລິບປິນ ເປີດເຜີຍໃນວັນທີ 3 ກັນຍາວ່າ: ຜູ້ຕິດເຊື້ອໄວຣັສໂຄວິດ-19 ໃໝ່ໃນຮອບ 24 ຊົ່ວໂມງຜ່ານມາມີຈຳນວນ 1.987 ຄົນ ສົ່ງໃຫ້ຟີລິບປິນມີຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 228.403 ຄົນ ເຊິ່ງເປັນຈຳນວນສູງທີ່ສຸດໃນກຸ່ມປະເທດອາຊີຕາເວັນອອກສຽງໃຕ້ (ອາຊຽນ).
ກະຊວງສາທາລະນະສຸກຟີລິບປິນ ລະບຸອີກວ່າ: ຜູ້ເສຍຊີວິດໃໝ່ຈາກການຕິດເຊື້ອໄວຣັສໂຄວິດ-19 ມີຈຳນວນ 65 ຄົນ ສົ່ງຜົນໃຫ້ຈຳນວນຜູ້ເສຍຊີວິດລວມ 3.688 ຄົນ.
ສ່ວນຢູ່ອິນໂດເນເຊຍ ເປັນປະເທດທີ່ມີຜູ້ເສຍຊີວິດຈາກການຕິດເຊື້ອໄວຣັສໂຄວິດ-19 ສູງທີ່ສຸດໃນອາຊຽນ ໂດຍມີຈຳນວນ 7.750 ຄົນ ແລະ ມີຜູ້ຕິດເຊື້ອຈຳນວນ 184.268 ຄົນ.

