ຜະລິດຕະພັນຈາກຫວາຍ ແລະ ໄມ້ປ່ອງບ້ານແບ່ງດ່ານ ໄດ້ກາຍເປັນສິນຄ້າໂອດ໋ອບແຫ່ງຊາດ

ຜະລິດຕະພັນຈາກຫວາຍ ແລະ ໄມ້ປ່ອງຂອງກຸ່ມຫັດຖະກຳຈັກສານ ບ້ານແບ່ງດ່ານ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫລື ໂອດ໋ອບແຫ່ງຊາດ ປະກອບມີ 6 ລາຍການຄື: ກະໂຕກ, ຂັນໝາກ, ຂັນຕັກບາດ, ໂຖດອກໄມ້, ຖາດວາງຈອກ ແລະ ກ່ອງໃສ່ອຸປະກອນການຂຽນ.
ກຸ່ມຫັດຖະກຳຈັກສານບ້ານແບ່ງດ່ານ ສ້າງຂຶ້ນແຕ່ປີ 1979 ເປັນຕົ້ນມາ. ໃນເວລານັ້ນມີພຽງຜູ້ເຖົ້າຜູ້ແກ່ພາຍໃນບ້ານເປັນຜູ້ເຮັດເທົ່ານັ້ນ ຕົ້ນຕໍແມ່ນເພື່ອຮັບໃຊ້ພາຍໃນຄອບຄົວເຊັ່ນ: ຕິບເຂົ້າ, ຫວດ-ມວຍໜຶ້ງເຂົ້າ, ກະບຸງ, ກະຕ່າ, ພາເຂົ້າ, ກະດົ້ງ, ຂ້ອງ, ສ້ອນ, ໄຊອື່ນໆ ເຊິ່ງຕົ້ນຕໍແມ່ນເຮັດດ້ວຍໄມ້ໄຜ່ ແລະ ຫວາຍຈາກທຳມະຊາດ ເພື່ອຮັບໃຊ້ຄອບຄົວ ແລະ ຂາຍໃນວົງແຄບ ເຮືອນໃຜເຮືອນລາວດ້ວຍສີມືອັນປານີດ ແລະ ເປັນເອກະລັກຂ້ອງທ້ອງຖິ່ນ, ຈົນມາຮອດປີ 1996 ທາງອຳນາດການປົກຄອງຈຶ່ງໄດ້ສ້າງກຸ່ມຜະລິດຫັດຖະກຳຂຶ້ນ ໂດຍແມ່ສີເປັນຫົວໜ້າກຸ່ມ ມີສະມາຊິກ 12 ຄອບຄົວ ແລະ ຕໍ່ມາປີ 2009-2010 ໂຄງການຍີ່ປຸ່ນໄດ້ເຂົ້າມາຊ່ວຍເຫລືອ ເພື່ອຜະລິດເປັນສິນຄ້າໂອດ໋ອບ ປະກອບມີສະມາຊິກ 25 ຄອບຄົວ ແລະ ມາຮອດປັດຈຸບັນໄດ້ຂະຫຍາຍຂຶ້ນເປັນ 39 ຄອບຄົວ ໂດຍແມ່ນນາງ ລັດດາວັນ ເປັນປະທານກຸ່ມ ແລະ ໄດ້ສ້າງສູນວາງສະແດງສິນຄ້າຫັດຖະກຳຈັກສານຂຶ້ນ 1 ຫລັງ ເພື່ອເປັນບ່ອນວາງຈຳໜ່າຍສິນຄ້າ ສ້າງລາຍຮັບເຂົ້າສູ່ຊີວິດຕົວຈິງຂອງປະຊາຊົນບັນດາເຜົ່າໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ.
ສຳລັບພິທີປະກາດກາໝາຍສິນຄ້າໂອດ໋ອບແຫ່ງຊາດ ໃຫ້ກຸ່ມຫັດຖະກຳຈັກສານຫວາຍ ແລະ ໄມ້ປ່ອງ ບ້ານແບ່ງດ່ານ ໄດ້ຈັດຂຶ້ນເມື່ອກາງເດືອນສິງຫາຜ່ານມານີ້ ໂດຍມີທ່ານ ສົມໃຈ ອຸ່ນຈີດ ເຈົ້າເມືອງລະຄອນເພັງເຂົ້າຮ່ວມ.

