ບໍລິສັດ ສະຕາ ຟິນເທັກ ແລະ ເອັນຊີຊີ  ເຊັນສັນຍາຮ່ວມມືການຊໍາລະຄ່າບໍລິການຜ່ານ u-money

ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ (Star Fintech Sole Co., Ltd) ແລະ ບໍລິສັດ ເອັນຊີຊີ ຈໍາກັດຜູ້ດຽວ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືຊໍາລະຄ່າບໍລິການຜ່ານ      u-money, ພິທີດັ່ງກ່າວໄດ້ຈັດຂຶ້ນເຊົ້າວັນທີ 3 ກັນຍານີ້, ຢູ່ສໍານັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ທີ່ນະຄອນຫລວງວຽງຈັນ. ລະຫວ່າງ ທ່ານ ບົວວຽງ ຈໍາປາພັນ ປະທານ ບໍລິສັດ ເອັນຊີຊີ ຈໍາກັດຜູ້ດຽວ ແລະ ທ່ານ ເຈີນ ມີງ ດຶກ ຮອງອໍານວຍການ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ.

ການຮ່ວມມືດັ່ງກ່າວ, ເພື່ອແນໃສ່ເພີ່ມຊ່ອງທາງການຊໍາລະຄ່າບໍລິການຕ່າງໆຂອງບໍລິສັດ ເອັນຊີຊີ ຜ່ານກະເປົາເງິນ ອີເລັກໂທຼນິກ u-money ເຊິ່ງຈະສ້າງຄວາມສະດວກສະບາຍໃນການຊໍາລະໃຫ້ກັບລູກຄ້າຂອງທັງສອງ ບໍລິສັດດັ່ງກ່າວໃນການຊໍາລະສະສາງເຊິ່ງກັນ ແລະ ກັນ. ໃນຜ່ານມາ ບໍລິສັດ ສະຕາ ຟິນເທັກ ກໍໄດ້ເຊັນສັນຍາຮ່ວມມືກັບທະນາຄານອື່ນໆມາແລ້ວຄື: ທະນາຄານຫຸ້ນສ່ວນການຄ້າທະຫານ-ສາຂາລາວ, ທະນາຄານຮ່ວມພັດທະນາລາວ-ຫວຽດ, ທະນາຄານ ມາຣູຮານ ເຈແປນ ລາວ, ທະນາຄານ ຮ່ວມພັດທະນາ ແລະ ທະນາຄານ ເອຊີລີດາ ລາວ ຈໍາກັດ, ພ້ອມນນັ້ນບໍລິສັດ ກໍໄດ້ເຊັນສັນຍາຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ວ່າດ້ວຍການສະໜອງການບໍລິການດ້ານ “BCEL E-Commerce”) ແລະ ຮ່ວມມື ພັດທະນາເຊື່ອມຕໍ່ລະບົບການບໍລິການ ການເງິນເທິງມືຖື (u-money) ແລະ ການບໍລິການ ທະນາຄານເທິງມືຖື ຂອງ ທຄຕລ (BCEL One) ອີກດ້ວຍ.

ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ ຢູມັນນີ (u-money), ເປັນບໍລິສັດໃນ ເຄືອຂອງ ບໍລິສັດ ສະຕາ ໂທລະຄົມ ເຊິ່ງໄດ້ຮັບອະນຸຍາດສ້າງຕັ້ງຂຶ້ນຈາກທະນາຄານແຫ່ງ ສປປ ລາວ ໃນການສະໜອງບໍລິການດ້ານກະເປົາເງິນ ອີເລັກໂຕຼນິກຢ່າງເປັນທາງການນັບແຕ່ ປີ 2019 ເປັນຕົ້ນມາ, ເຊິ່ງການໃຫ້ບໍລິການດັ່ງກ່າວນີ້ ຈະເພີ່ມຄວາມ ສະດວກໃຫ້ແກ່ລູກຄ້າ ປະຊາຊົນທົ່ວໄປ ທີ່ອາໄສຢູ່ທຸກຂົງເຂດໃນທົ່ວປະເທດໃຫ້ສາມາດເຂົ້າເຖິງການບໍລິການທະນາຄານແບບດີຈິຕອນ ໄດ້ຢ່າງງ່າຍດາຍທີ່ສຸດ.