ໂຮງໝໍ 5 ແຫ່ງໃນ ຟີລິບປິນຈະທົດລອງ ວັກຊີນໂຄວິດ-19 ຂອງຈີນ

ກະຊວງສາທາລະນະສຸກຂອງ ຟີລິບປິນ ໃຫ້ຮູ້ວ່າ: ໂຮງໝໍ 5 ແຫ່ງຈະໄດ້ດຳເນີນການທົດລອງວັກຊີນຕ້ານໂຄວິດ-19 ຂອງຈີນ, ພາຍຫຼັງໄດ້ມີຂໍ້ຕົກລົງຮ່ວມກັບຈີນ.
ໂຄສົກຂອງກະຊວງສາທາລະນະສຸກຂອງຟີລີບປິນ ທ່ານນາງ Maria Rosario Vergeire ເປີດເຜີຍວ່າ: ບັນດາໂຮງໝໍທີ່ຖືກສະເໜີໃຫ້ມີການທົດລອງນັ້ນລວມມີ: ໂຮງໝໍທົ່ວໄປ ຟີລິບປິນ, ໂຮງໝໍ San Lazaro, ໂຮງໝໍທ່ານໝໍ Manila, ສູນຄົ້ນຄ້ວາການແພດວິທະຍາ ເຂດຮ້ອນ ແລະ ສູນການແພດ Vicente Sotto Memorial.
ທ່ານນາງ Vergeire ເນັ້ນວ່າ ການນຳເຂົ້າຢາ IP Biotech ແລະ ການດຳເນີນການທົດລອງ ນັ້ນ ແມ່ນໄດ້ຍື່ນໃບທະບຽນຕໍ່ອົງການອາຫານ ແລະ ຢາ (FDA) ຂອງສະຫະລັດເປັນທີ່ຮຽບຮ້ອຍແລ້ວ.
ໄລຍະທີ 3 ຂອງການທົດລອງກັບຄົນເຈັບຕິດເຊື້ອໂຄໂຣນາ ໄດ້ເລີ່ມຂຶ້ນຢູ່ທີ່ ອິນໂດເນເຊຍ ໃນເດືອນ ສິງຫາທີ່ຜ່ານມາຕໍ່ກັບຜູ້ອາສາ 1.620 ຄົນ ແລະ ມີຢ່າງໜ້ອຍມີ 110 ຄົນຖືກສັກໂດສທຳອິດ ແມ່ນໃນວັນທີ 14 ສິງຫາ.
ຜູ້ປະກາດຂ່າວຂອງປະທານາທິບໍດີ ຟີລິບປິນ ໃຫ້ຮູ້ວ່າ: ການທົດລອງໄລຍະ 3 ແມ່ນທົດລອງກັບວັກຊີນຂອງລັດເຊຍ ຈະຢູ່ໃນເດືອນຕຸລາ, ພາຍຫຼັງນັກຄົ້ນຄ້ວາໄດ້ສຳເລັດໄລຍະທີ 1 ແລະ 2 ໃນເດືອນກັນຍາ. ປະທານາທິບໍດີ ຟີລິບປິນ Rodrigo Duterte ເຄີຍປະກາດວ່າ: ຈະອາສາສັກວັກຊີນຂອງລັດເຊຍໃນຕັ້ນເດືອນ ພຶດສະພາ ປີໜ້າ ເພື່ອສະແດງເຖິງຄວາມເຊື່ອໝັ້ນ ແລະ ຮູ້ບຸນຄຸນ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vnexpress

