ມຽນມາ ຍັງພົບຜູ້ຕິດໂຄວິດເພີ່ມຂຶ້ນ ຫລັງກັບມາລະບາດຮອບ 2

ໂຄວິດລະບາດຮອບ 2 ຢູ່ມຽນມາຍັງເພີ່ມຂຶ້ນບໍ່ຢຸດ, ທ່າຂີ້ເຫລັກ-ຫົວເມືອງຊາຍແດນລັດສານ ປິດຮ້ານບັນເທີງ-ໂຮງຮຽນ ແຕ່ຍັງບໍ່ຫ້າມຄົນອອກຈາກເຮືອນ, ໄທເຂັ້ມງວດຕາມຊາຍແດນແມ່ສາຍ ປ້ອງກັນແຮງງານລັກລອບເຂົ້າເມືອງ.
ວັນທີ 30 ສິງຫາຜ່ານມາ, ກະຊວງສາທາລະນະສຸກ ແລະ ກິລາຂອງມຽນມາ ລາຍງານສະຖານະການການລະບາດຂອງເຊື້ອໄວຣັສໂຄວິດ-19 ໃນປະເທດວ່າ: ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 16 ຄົນ ແຍກເປັນຜູ້ຕິດເຊື້ອໃນປະເທດ 10 ຄົນ ແລະ ຕິດມາຈາກຕ່າງປະເທດ 6 ຄົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອສະສົມເພີ່ມຂຶ້ນເປັນ 749 ຄົນ.
ລາຍງານລະບຸວ່າ: ມຽນມາພົບຜູ້ຕິດເຊື້ອໃນປະເທດໃໝ່ອີກເມື່ອວັນທີ 16 ສິງຫາຜ່ານມາ ນັບແຕ່ພົບຜູ້ຕິດເຊື້ອໃນປະເທດຄັ້ງສຸດທ້າຍເມື່ອວັນທີ 16 ກໍລະກົດ ຫລັງຈາກທີ່ພົບຜູ້ຕິດເຊື້ອໂຄວິດ-19 ຄົນທຳອິດເມື່ອວັນທີ 23 ມີນາ ແລະ ມາຮອດປັດຈຸບັນ ມຽນມາມີຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ແລ້ວ 6 ຄົນ ສ່ວນຈຳນວນຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວຈົນຫາຍດີແລ້ວມີ 351 ຄົນ.
