ເຫດການຈະລາຈົນລຸກລາມບານປາຍທຣຳ ລະດົມກຳລັງພິທັກແຫ່ງຊາດໄປຍັງ Wisconsin

ຂ່າວຈາກ vnnet, ວັນທີ 27 ສິງຫານີ້ ໃຫ້ຮູ້ວ່າ: ປະທານາທິບໍດີສະຫະລັດ ໂດນັລທຣຳ ໄດ້ສັ່ງໃຫ້ກຳລັງພິທັກແຫ່ງຊາດ ແລະ ເຈົ້າໜ້າທີ່ຕຳຫຼວດ 1.500 ຄົນ ໄປທີ່ເມືອງ Kenosha, ລັດ Wisconsin, ພາຍຫຼັງມີການຮ້ອງຂໍຄວາມຊ່ວຍເຫຼືອເພື່ອສະກັດກັ້ນການຈະລາຈົນຈາກອຳນາດການປົກຄອງເມືອງດັ່ງກ່າວ.
ຂ່າວ RT ໃຫ້ຮູ້ວ່າ: ທ່ານ ທຣຳ ໄດ້ປະກາດສົ່ງກຳລັງຜູ້ບໍລິຫານຂອງລັດຖະບານ ແລະ ກຳລັງພິທັກແຫ່ງຊາດໄປທີ່ເມືອງ Kenosha ເພື່ອປັບປຸງຄວາມເປັນລະບຽບຮຽບຮ້ອຍຕາມທາງກົດໝາຍ. ຫົວໜ້າລັດຖະບານສະຫະລັດ ກ່າວວ່າ: ທ່ານໄດ້ລົມສາຍກັບຜຸ້ວ່າລັດ Wisconsin, ທ່ານ Tony Evers ແລ້ວ, ໃນການໃຫ້ຄວາມຊ່ວຍເຫຼືອ.
ມືປືນໄດ້ສັງຫານຊາຍ 2 ຄົນ, ຊາບຊື່ວ່າ Kyle Rittenhouse, ອາຍຸ17 ປີ, ຢູ່ Illinois, ເຂົາຖືກຈັບ ແລະ ຖືກກ່າວຫາວ່າ ເປັນຜູ້ຂ້າຄົນໃນວັນທີ 26 ສິງຫາ, ສ່ວນ Kyle ຖືກກ່າວຫາວ່າ ລັກໂຕນໜີອອກຈາກ Wisconsin ເພື່ອຫຼົບຫຼີກການຕັດສິນລົງໂທດ. ຜູ້ເຄາະຮ້າຍຄົນທີສາມ ກຳລັງໄດ້ຮັບການປິ່ນປົວຢູ່ໂຮງໝໍ, ອາການບາດເຈັບບໍ່ໄດ້ມີຄວາມອັນຕະລາຍເຖິງຊີວິດແຕ່ຢ່າງໃດ.
ເຫດການຈະລາຈົນເກີດຂຶ້ນໃນວັນທີ 23 ສິງຫາ, ພາຍຫຼັງເຈົ້າໜ້າທີ່ຕຳຫຼວດຍິງ 7 ນັດເຂົ້າໃສ່ກາງຫຼັງຂອງຊາຍຜິວສີຄົນໜຶ່ງ, ຊາບຊື່ Jocob Blake. ນັບແຕ່ນັ້ນມາ, ຂະບວນການປະທ້ວງໄດ້ລຸກລາມບານປາຍ ຈົນກາຍເປັນເຫດຈະລາຈົນຢ່າງໜັກໃນເມືອງ Kenosha, ລັດ Wisconsin.
ຂ່າວ: ລູກເມືອງພວນ.
