ທ່ານ ຄີມຈອງອູນ ຮຽກປະຊຸມດ່ວນ ກົມການເມືອງ ເພື່ອຮັບມືກັບພາຍຸ Bavi

ສຳນັກຂ່າວ Zing, ວັນທີ 26 ສິງຫານີ້ ໂດຍອ້າງອີງຂ່າວສານຈາກ ເກົາຫຼີເໜືອ ໃຫ້ຮູ້ວ່າ: ຜູ້ນຳເກົາຫຼີເໜືອ ຄີມຈອງອູນ ໄດ້ຮຽກປະຊຸມດ່ວນກົມການເມືອງ ເພື່ອຫາວິທີທາງຮັບມືກັບພາຍຸ Bavi ແລະ ປັບປຸງວິທີການຕ້ານໂຄວິດ-19.

ທ່ານຄີມຈອງອູນກ່າວວ່າ: “ຕ້ອງສະກັດກັ້ນໃຫ້ຂາດຕົວການເສຍຊີວິດຈາກພາຍຸ ແລະ ຫຼຸດຜ່ອນໜ້ອຍສຸດການເສຍຫາຍຂອງຜົນລະປູກ”. ທ່ານເນັ້ນວ່າ: ນີ້ແມ່ນໜ້າທີ່ທີ່ສຳຄັນຂອງພັກແຮງງານເກົາຫຼີເໜືອ ແລະ ເນັ້ນຢໍ້າວ່າ: “ບໍ່ໃຫ້ລະເຫຼີງ”.

ພາຍຸ Bavi ອາດຈະຂຶ້ນຝັ່ງທາງທິດຕາເວັນຕົກຂອງປະເທດໃນວັນທີ 26-27 ສິງຫານີ້. ບັນດານັກຊ່ຽວຊານໃຫ້ຮູ້ວ່າ ພາຍຸດັ່ງກ່າວມີພະລັງທຳລາຍມ້າງສູງ, ຊຶ່ງຈະສູງກ່ວາພາຍຸ Lingling ທີ່ສ້າງຄວາມເສຍຫາຍໃຫ້ເກົາຫຼີເໜືອຢູ່ຫຼາຍເຂດໃນທົ່ວປະເທດໃນລະດູແລ້ງປີຜ່ານມາ.

ພ້ອມດຽວກັນນີ້, ທ່ານຄີມຈອງອູນຍັງໄດ້ເນັ້ນເຖິງ ການເຮັດວຽກທີ່ບໍ່ມີປະສິດທິຜົນ ໃນການຕ້ານພະຍາດຂອງເກົາຫຼີເໜືອໄລຍະຜ່ານມາ.

Lim ໃຫ້ຮູ້ວ່າ: ນອກຈາກການປຶກສາກ່ຽວກັບວຽກງານຮັບມືພາຍຸ ແລະ ຕ້ານພະຍາດໂຄວິດ-19 ແລ້ວ ບໍ່ໄດ້ເວົ້າເຖິງບັນຫາອື່ນເຊັ່ນ: ອາວຸດນິວເຄຣຍ ແລະ ການພົວພັນຂອງສອງພາກເກົາຫຼີ.

ຂ່າວ: ລູກເມືອງພວນ.