ຮອງລັດຖະມົນຕີກະຊວງການເງິນເນັ້ນໃຫ້ໄຊສົມບູນເອົາໃຈໃສ່ຈັດເກັບລາຍຮັບໃຫ້ບັນລຸຄາດໝາຍ

ໃນໂອກາດລົງເຄື່ອນໄຫວຊຸກຍູ້ວຽກງານການຈັດເກັບລາຍຮັບເຂົ້າງົບປະ ມານແຫ່ງລັດຢູ່ແຂວງໄຊສົມບູນ, ໃນວັນທີ 19-20 ສິງຫານີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໃຫ້ໃຫ້ຄະນະພະແນກການເງິນ, ຄະນະສ່ວຍສາອາກອນ, ຂະແໜງຄຸ້ມຄອງຊັບສິນຂອງລັດແຂວງ, ເພີ່ມທະວີຄວາມຮັບຜິດຊອບໃນການຈັດເກັບລາຍຮັບ, ຊອກທ່າແຮງທີ່ບົ່ມຊ້ອນຂອງແຕ່ລະຂະແໜງ, ເພື່ອໃຫ້ການຈັດເກັບລາຍຮັບປີ 2020 ບັນລຸຕາມລະດັບຄາດໝາຍ, ຂຸ້ນຂ້ຽວຊອກແຫລ່ງລາຍຮັບທີ່ບົ່ມຊ້ອນຕາມທ່າແຮງຂອງແຂວງດ້ວຍຄວາມຮັບຜິດຊອບໃນການໄລ່ລຽງການມອບພັນທະອາກອນຂອງບັນດາຫົວໜ່ວຍທຸລະກິດ, ຕິດຕາມກວດກາ, ອັດຊ່ອງຫວ່າງການຮົ່ວໄຫລຂອງລາຍຮັບຢ່າງເຂັ້ມງວດ, ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານສຳເລັດຕາມແຜນການທີ່ວາງໄວ້.
ພ້ອມນີ້, ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ຂອງບັນດາພະນັກງານອ້ອມຂ້າງແຂວງໂດຍຄະນະພະແນກການເງິນ, ພະນັກ ງານ-ລັດຖະກອນຂອງຂະແໜງການເງິນທີ່ໄດ້ສຸມໃສ່ໃນວຽກງານວິຊາສະເພາະ ຂອງຕົນໄດ້ເປັນຢ່າງດີ.

