6 ເດືອນຕົ້ນປີ ສະມາຄົມກາເຟລາວ ສົ່ງອອກກາເຟ ມູນຄ່າເກືອບ 40 ລ້ານໂດລາ

ໃນໄລຍະ 6 ເດືອນຕົ້ນປີ 2020 ບັນດາສະມາຊິກ ສະມາຄົມກາເຟລາວ ສົ່ງອອກກາເຟ ໄປບັນດາປະເທດໃນທະວີບອາຊີ, ເອີຣົບ ແລະ ອາເມລິກາ ໄດ້ທັງໝົດ 22.280 ກວ່າໂຕນ ລວມມູຄ່າເກືອບ 40 ລ້ານໂດລາສະຫະລັດ.
ທ່ານ ສີວີໄຊ ໄຊຍະແສງ ຫົວໜ້າຫ້ອງການສະມາຄົມກາເຟລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ສະມາຄົມກາເຟລາວໄດ້ຮັບການສ້າງຕັ້ງໃນປີ 1994 ເພື່ອເຕົ້າໂຮມບັນດາຜູ້ປະກອບການ ທີ່ດໍາເນີນກິດຈະການກ່ຽວກັບກາເຟ ເພື່ອສົ່ງເສີມການຜະລິດເປັນສິນຄ້າ ໃຫ້ມີຄຸນະພາບມາດຕະຖານສາ ກົນ ແລະ ສົ່ງອອກ, ປັດຈຸບັນສະມາຄົມກາເຟລາວ ມີສະມາຊິກທັງໝົດ 65 ຫົວໜ່ວຍທຸລະກິດ, ມີ 4 ກຸ່ມຜູ້ຜະລິດຈາກ 4 ແຂວງ ຄື: ກຸ່ມຜະລິດຈາກ ເມືອງເລົ່າງາມ ແຂວງສາລະວັນ, ກຸ່ມຜະລິດຈາກ ເມືອງທ່າແຕງ ແຂວງເຊກອງ, ກຸ່ມຜະລິດຈາກ ເມືອງຊານໄຊ ອັດຕະປື ແລະ ກຸ່ມຜະລິດຈາກ ເມືອງປາກຊ່ອງ ແຂວງຈໍາປາສັກ, ໃນນັ້ນຈະມີ 6 ສະຫະກອນ ທີ່ຂຶ້ນກັບສະມາຄົມກາເຟລາວ. ໃນແຕ່ລະປີ ສະມາຊິກສະມາຄົມກາເຟລາວ ໄດ້ສົ່ງກາເຟອອກຈຳໜ່າຍ 20 ກວ່າປະເທດໃນໂລກ ບໍ່ຫລຸດ 30 ໂຕນ/ປີ ແລະ ໃນໄລຍະ 6 ເດືອນຕົ້ນປີ 2020 ນີ້ ສາມາດສົ່ງອອກໄດ້ທັງໝົດ 22.280 ກວ່າໂຕນ ລວມມູຄ່າເກືອບ 40 ລ້ານໂດລາສະຫະລັດ.
ທ່ານ ສີວີໄຊ ໄຊຍະແສງ ຍັງໃຫ້ຮູ້ອີກວ່າ: ໄລຍະຜ່ານມາ, ສະມາຄົມກາເຟລາວ ໄດ້ສົມທົບກັບຂະແໜງການກ່ຽວຂ້ອງ ຕິດຕາມການຊື້-ຂາຍໝາກກາເຟຢູ່ທ້ອງຖິ່ນ ເພື່ອຮັບປະກັນໃນຄວາມເປັນລະບຽບ ຂອງຜູ້ຊື້ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວເກັບຊື້ ໃຫ້ປະຕິບັດຕາມລະບຽບກົດໝາຍຂອງລັດ ຖະບານວາງອອກຢ່າງເຂັ້ມງວດ, ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ 4 ແຂວງ ຕິດຕາມສະພາບ ການຜະລິດຢູ່ແຕ່ລະທ້ອງຖິ່ນຢ່າງເປັນປະຈໍາ. ພ້ອມທັງຈັດກອງປະຊຸມພົບປະສະມາຊິກ ເພື່ອປືກສາຫາລື ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຂອງການດໍາເນີນທຸລະກິດ ເພື່ອສັງລວມບັນຫາ ແລະ ທິດທາງຈະຕ້ອງໄດ້ປັບປຸງແກ້ໄຂ ແລະ ນໍາສະເໜີຕໍ່ລັດຖະບານ ເປັນຕົ້ນ ແມ່ນບັນຫາການເຂົ້າຫາແຫລ່ງທຶນສົ່ງເສີມ, ການສ້າງຄວາມເຂັ້ມແຂງແກ່ສະມາຄົມກາເຟລາວ ແລະ ການພັດທະນາຂະແໜງກາເຟແບບຍືນຍົງ ແລະ ບັນຫາສຳຄັນອື່ນໆ.

