ພະຍາດປະຈຳຕົວຂອງນາຍົກລັດຖະມົນຕີຍີ່ປຸ່ນຮ້າຍແຮງຂຶ້ນ

TGVN ລາຍງານໃຫ້ຮູ້ວ່າ: ເຈົ້າໜ້າທີ່ໃນລັດຖະບານຂອງຍີ່ປຸ່ນ ເປີດເຜີຍວ່າ: ພະຍາດລຳໄສ້ທີ່ເປັນຊໍ້າເຮື້ອຂອງນາຍົກລັດຖະມົນຕີ ຊີນໂຊອາເບະ ຂອງຍີ່ປຸ່ນ ໄດ້ກຳເລີບຂຶ້ນຈົນໜ້າເປັນຫ່ວງ.

ສຳນັກຂ່າວ Jiji Press ອ້າງຄວາມເວົ້າຂອງເຈົ້າໜ້າທີ່ລະດັບສູງຂອງພັກປະຊາທິປັດເສລີ (LDP) ພັກກຳອຳນາດຢືນຢັນວ່າ ພະຍາດດັ່ງກ່າວ ປະກົດວ່າໜ້າເປັນຫ່ວງຫຼາຍ.

ກ່ອນໜ້ານັ້ນ, ວັນທີ 17 ສິງຫາ, ນາຍົກລັດຖະມົນຕີ ຊີນໂຊອາເບະ ໄດ້ໄປກວດສຸຂະພາບຢູ່ໂຮງໝໍມະຫາວິທະຍາໄລ Keio ໃນກຸງໂຕກຽວ ເປັນເວລາ 7 ຊົ່ວໂມງ.

ຄົນຈຳນວນໜຶ່ງຮຽກຮ້ອງໃຫ້ນາຍົກນອນປິ່ນປົວຢູ່ໂຮງໝໍໄລຍະໜຶ່ງກ່ອນ ເພື່ອຟື້ນຟູສຸຂະພາບ ແຕ່ທ່ານບໍ່ຟັງ ແລະ ຍັງຢາກເຮັດວຽກຢູ່. ພາຍຫຼັງໄປພັກແລ້ງ 3 ວັນຢູ່ໃນ ໂຕກຽວແລ້ວ, ວັນທີ 19 ສິງຫາທ່ານໄດ້ກັບເຂົ້າມາເຮັດວຽກຄືເກົ່າ.

ພາຍຫຼັງໄປຫ້ອງການ ທ່ານຍາຍົກໃຫ້ຮູ້ວ່າ: “ຂ້ອຍໄດ້ໄປກວດກາສຸຂະພາບ ເພື່ອຮັບປະກັນໃຫ້ມີສຸຂະພາບແຂງແຮງດີ…ຂ້ອຍຈຶ່ງໄດ້ກັບຄືນມາເຮັດວຽກດ້ວຍຄວາມພະຍາຍາມສູງສຸດ”.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ baoquocte).