ປະທານ ສະພາປະຊາຊົນແຂວງລົງໂອ້ລົມປະຊາຊົນຢູ່ບ້ານໂພນທອງ ເມືອງບໍລິຄັນ

ໃນວັນທີ 19 ສິງຫານີ້,  ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມພໍ່ແມ່ປະຊາຊົນຢູ່ຢູ່ບ້ານ ໂພນທອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໂດຍການນໍາພາທາງຂອງ ທ່ານ ທອງໃບ ທອງໃສ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງບໍລິຄັນພ້ອມດ້ວຍຄະນະ.

ການລົງໄປຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອເປັນການພົບປະໂອ້ລົມແລກປ່ຽນຄຳຄິດເຫັນກັບປະຊາຊົນພາຍໃນບ້ານໂພນທອງ ເພື່ອນຳເອົາຄໍາຄິດເຫັນຂອງປະຊາຊົນໄປຄົ້ນຄົ້ນແກ້ໄຂຕາມພາລະບົດບາດຂອງສະພາ, ພ້ອມນັ້ນຍັງໄດ້ຮັບພັງການລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານຈາກທ່ານ ພົມມາ ສີຍະວົງຮອງນາຍບ້ານ ໂພນທອງວ່າ: ບ້ານໂພນທອງມີ 108 ຄອບຄົວ, ມີພົນລະເມືອງ 611 ຄົນ, ເຊິ່ງທາງອໍານາດການປົກຄອງບ້ານແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນພາຍໃນບ້ານເປັນປະຈຳ, ເຮັດໃຫ້ບ້ານມີຄວາມສະຫງົບທາງດ້ານການເມືອງ, ພື້ນຖານໂຄງລ່າງຂອງບ້ານໄດ້ຮັບການປັບປຸງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະກົດການຫຍໍ້ທໍ້ໃນສັງຄົມໄດ້ຮັບການແກ້ໄຂ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ກໍາລັງ ປກສ ກອງຫລອນໄດ້ຮັບການປັບປຸງໃຫ້ເຂັ້ມແຂງ ແລະ ຍົກລະດັບດີຂຶ້ນຕິດພັນກັບການສ້າງບ້ານປ້ອມໜັ້ນສູ້ຮົບຕິດລຽນໂດຍເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຮັດໃຫ້ບ້ານມີຄວາມສະຫງົບປອດໄພດີ.

ໂອກາດນີ້, ທ່ານ ປະທານສະພາປະຊາຊົນແຂວງໄດ້ໃຫ້ທິດຊີ້ນໍາຕໍ່ບັນດາການນໍາຂັ້ນເມືອງ, ອໍານາດການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດໄລຍະຜ່ານມາຂອງບ້ານເຮັດໃຫຫ້ບ້ານມີຄວາມສະຫງົບປອດໄພ, ເອົາໃຈໃສ່ໃນການສ້າງສາພັດທະນາບ້ານ, ເມືອງໃຫ້ມີຄວາມເຂັ້ມແຂງຮອບດ້ານ ເຮັດໃຫ້ປະຊາຊົນມີຄວາມສາມັກຄີພ້ອມກັນປົກປັກຮັກສາ ຮີດຄອງປະເພນີອັນຂອງຊາດຂອງພັກໄວ້ໃຫ້ໝັ້ນຄົງ, ສົ່ງເສີມການຜະລິດຂອງ ປະຊາຊົນໃຫ້ກາຍເປັນສິນຄ້າ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ສໍາເລັດເປັນກ້າວໆ.