ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 19 ສິງຫາ 2020

- ສ.ເກົາຫລີ ປະກາດຫ້າມການຊຸມນຸມສາທາລະນະຂະໜາດໃຫຍ່ ລວມທັງການເຂົ້າໄປຫຍຸ້ງກ່ຽວໃນສະຖານທີ່ທີ່ມີຄວາມສ່ຽງສູງເຊັ່ນ: ໂບດ ແລະ ຮ້ານບັນເທີງ ໂດຍຈະມີຜົນບັງຄັບໃຊ້ກັບພື້ນທີ່ອ້ອມຮອບນະຄອນຫລວງເຊອຸນ ເຊິ່ງເປັນເມືອງຫລວງຂອງປະເທດ ຫລັງຈາກມີການລະບາດເກີດຂຶ້ນອີກ.
ກ່ອນໜ້ານີ້ ສ.ເກົາຫລີ ເຄີຍປະສົບຜົນສຳເລັດໃນການຄວບຄຸມການລະບາດ ແຕ່ປັດຈຸບັນມີຜູ້ຕິດເຊື້ອໃໝ່ເກືອບ 1.000 ຄົນຈາກຂໍ້ມູນວັນທີ 13-17 ສິງຫາຜ່ານມາ. ຂະນະທີ່ມາດຕະການຫລ້າສຸດຂອງລັດຖະບານມີຜົນບັງຄັບໃຊ້ນັບແຕ່ວັນທີ 19 ສິງຫາ ເປັນຕົ້ນໄປ.
- ດັດຊະນີ S&P 500 ຂອງອາເມລິກາ ເພີ່ມຂຶ້ນສູງກວ່າລະດັບກ່ອນການລະບາດໃນໄລຍະສັ້ນໆ ໂດຍຢູ່ລະດັບສູງສຸດເປັນປະຫວັດສາດໃນການຊື້ຂາຍລະຫວ່າງວັນທີ 3.395 ຈຸດ, ດັດຊະນີໄດ້ເພີ່ມຂຶ້ນຫລາຍກວ່າ 50% ຈາກຈຸດຕໍ່າສຸດໃນວັນທີ 23 ມີນາ 2020 ໂດຍໄດ້ຮັບແຮງໜຸນຈາກກະແສເງິນທີ່ໄຫລເຂົ້າສູ່ບໍລິສັດເຕັກໂນໂລຊີຍັກໃຫຍ່ພາຍໃນປະເທດ.
ຂະນະດຽວກັນ, ເງິນໂດລາຫລຸດລົງສູ່ລະດັບຕໍ່າສຸດໃນຮອບ 2 ປີເມື່ອທຽບໃສ່ເງິນສະກຸນຫລັກອື່ນໆ ເນື່ອງຈາກຝ່າຍນິຕິບັນຍັດຂອງອາເມລິກາ ຍັງບໍ່ສາມາດບັນລຸຂໍ້ຕົກລົງຂອງມາດຕະການກະຕຸ້ນເສດຖະກິດຄັ້ງໃໝ່ໄດ້.
- Louis DeJoy ຫົວໜ້າໄປສະນີຂອງອາເມລິກາ ກ່າວວ່າ: ທ່ານກຳລັງໂຈະການປ່ຽນແປງຮູບແບບການບໍລິການຂອງໄປສະນີໄປຈົນກວ່າຈະມີການເລືອກຕັ້ງໃນເດືອນພະຈິກ ໂດຍການປ່ຽນແປງນີ້ຈະລວມທັງການຍົກເລີກຄ່າ OT ຂອງພະນັກງານ ເຊິ່ງເຮັດໃຫ້ເກີດຄວາມກັງວົນວ່າ: ການລົງຄະແນນສຽງທາງໄປສະນີອາດຊັກຊ້າໄປອີກ.
ໃນປະເທດມີເຖິງ 20 ລັດທີ່ກ່າວວ່າ: ພວກເຂົາຈະຟ້ອງຮ້ອງຕໍ່ເລື່ອງນີ້. ຂະນະທີ່ ປະທານາທິບໍດີ ໂດນັລ ທຣຳ ກ່າວວ່າ: ທ່ານບໍ່ຕ້ອງການໃຫ້ມີການລົງຄະແນນທາງໄປສະນີເປັນຈຳນວນຫລາຍ.
- ສານທີ່ໄດ້ຮັບການສະໜັບສະໜູນຈາກສະຫະປະຊາຊາດ (UN) ລະບຸວ່າ: Salim Ayyash ມີຄວາມຜິດໃນຂໍ້ຫາທີ່ລາວລັກລອບສັງຫານ Rafik Hariri ອະດີດນາຍົກລັດຖະມົນຕີຂອງປະເທດເລບານອນ ແລະ ອີກ 21 ຄົນໃນເຫດລະເບີດຢູ່ເມືອງເບຣຸດ ເມື່ອປີ 2015 ຂະນະທີ່ຈຳເລີຍອີກ 3 ຄົນພົ້ນໂທດ.
ເຖິງວ່າທັງ 4 ຄົນຈະເປັນສະມາຊິກຂອງກຸ່ມ Hizbullah ເຊິ່ງເປັນພັກການເມືອງ ແລະ ກອງກຳລັງທະຫານອາສາສະໝັກ ແຕ່ຜູ້ພິພາກສາບໍ່ພົບຫລັກຖານວ່າຜູ້ນຳຂອງກຸ່ມ Hizbullah ຫລື ປະເທດຊີຣີເປັນຜູ້ສະໜັບສະໜູນການກະທຳຄັ້ງນີ້.
- Scott Morrison ນາຍົກລັດຖະມົນຕີຂອງປະເທດອົດສະຕຣາລີໄດ້ປະກາດຂໍ້ຕົກລົງກັບບໍລິສັດ AstraZeneca ເພື່ອສັ່ງຈອງວັກແຊງປິ່ນປົວ COVID-19 ທີ່ກຳລັງພັດທະນາຢູ່ໃນຕອນນີ້.
ຖ້າວັກແຊງສາມາດໃຊ້ໄດ້ຢ່າງມີປະສິດທິພາບ ລັດຖະບານອົດສະຕຣາລີຈະຊື້ໃນປະລິມານຫລາຍພຽງພໍສຳລັບປະຊາກອນ 25 ລ້ານຄົນພາຍໃນປະເທດ ແລະ ຈະໃຊ້ບໍລິການວັກແຊງຟຣີໂດຍບໍ່ມີຄ່າໃຊ້ຈ່າຍໃດໆ.
ຂະນະດຽວກັນ ຜູ້ຕິດເຊື້ອໃໝ່ໃນປະເທດເພີ່ມຂຶ້ນເມື່ອມໍ່ໆມານີ້ ເຮັດໃຫ້ບາງລັດຂອງປະເທດຕ້ອງກັບມາໃຊ້ມາດຕະການ Lockdown ອີກ.
- ທ່ານ ທຣຳ ກ່າວວ່າ: ທ່ານຈະໃຫ້ອະໄພຢ່າງເຕັມທີ່ ແລະ ສົມບູນແກ່ Susan B. Anthony ເຊິ່ງເປັນຜູ້ນຳດ້ານການຕໍ່ສູ້ເພື່ອສິດທິແມ່ຍິງໃນອະດີດ (ປັດຈຸບັນເສຍຊີວິດແລ້ວ) ໂດຍ Anthony ຖືກຈັບ ແລະ ຖືກສານລັດຖະບານກາງຕັດສິນວ່າມີຄວາມຜິດໃນການລົງຄະແນນສຽງເມື່ອປີ 1872.
ການອະໄພຍະໂທດໃຫ້ແກ່ນາງ ເກີດຂຶ້ນໃນວັນຄົບຮອບ 100 ປີ ຂອງການໃຫ້ສັດຕະຍາບັນເພື່ອແກ້ໄຂລັດຖະທຳມະນູນຄັ້ງທີ 19 ຂອງປະເທດ ເຊິ່ງເຮັດໃຫ້ແມ່ຍິງຢູ່ອາເມລິກາມີສິດທີ່ຈະລົງຄະແນນສຽງເລືອກຕັ້ງເຊັ່ນດຽວກັບຜູ້ຊາຍ.
- 1 ປີເຄິ່ງຫລັງຈາກການເປີດເຜີຍລາຍງານຂອງ Robert Mueler ຄະນະກຳມາທິການຂອງສະພາຄອງເກຣດໄດ້ສະຫລຸບວ່າ: ການປຸກລະດົມຫາສຽງເລືອກຕັ້ງຂອງທ່ານ ໂດນັລ ທຣຳ ເມື່ອປີ 2016 ມີການສົມຮູ້ຮ່ວມຄິດກັບຣັດເຊຍແທ້.
ໜ່ວຍຂ່າວລັບແຫ່ງວຸດທິສະພາ ເຊິ່ງນຳໂດຍພັກ Republicans ໄດ້ດຳເນີນການຫລາຍກວ່າການສອບສວນທີ່ປຶກສາພິເສດຂອງທ່ານ ໂດນັລ ທຣຳ. ຂະນະທີ່ທ່ານເອງກ່າວວ່າ: ນີ້ຄືການລ່າແມ່ມົດ.
- Ibrahim Boubacar Keita ປະທານາທິບໍດີຂອງປະເທດມາລີ ຖືກບັງຄັບໃຫ້ລາອອກໃນວັນທີ 19 ສິງຫານີ້ ຫລັງຈາກທະຫານເຮັດລັດຖະປະຫານໃນວັນທີ 18 ສິງຫາ ແລະ Keita ຍັງໄດ້ປະກາດຍຸບສະພານຳອີກ ໂດຍໃຫ້ເຫດຜົນວ່າ: ທ່ານບໍ່ຕ້ອງການໃຫ້ມີການນອງເລືອດເກີດຂຶ້ນ.
ກ່ອນໜ້ານີ້ໃນວັນນັ້ນ ໄດ້ມີສຽງປືນດັງມາຈາກຄ້າຍທະຫານໃກ້ Bamako ເຊິ່ງເປັນເມືອງຫລວງຂອງປະເທດ ແລະ ໄດ້ມີລາຍງານອອກມາວ່າ: ເຈົ້າໜ້າທີ່ທະຫານຊັ້ນຜູ້ນ້ອຍກຳລັງຖືກຄວບຄຸມໂດຍເຈົ້າໜ້າທີ່ລະດັບສູງ.

