ປະທານາທິບໍດີ ທຣຳ ຍົກເລີກແຜນການເຈລະຈາການຄ້າກັບຈີນ

ສຳນັກຂ່າວ Zing, ວັນທີ 19 ສິງຫານີ້ໃຫ້ຮູ້ວ່າ: ປະທານາທິບໍດີ ດໍໂນທຣຳ ໄດ້ປະກາດຍົກເລີກການເຈລະຈາການຄ້າກັບຈີນ, ພ້ອມດຽວກັນເຂົາຕຳນິວິຈານວິທີການຕ້ານໂຄວິດ-19 ຂອງຈີນວ່າ ສ້າງຜົນກະທົບຮ້າຍແຮງທີ່ບໍ່ຄາດຝັນ.
ທຣຳ ກ່າວວ່າ: “ຂ້ອຍຍົກເລີກການເຈລະຈາກັບຈີນ ກໍເພາະວ່າຂ້ອຍບໍ່ຢາກເວົ້າກັບຈີນໃນເວລານີ້”.
ສຳນັກຂ່າວ South China Morning Post ໃຫ້ຮູ້ວ່າ:ຕາມແຜນການ, ຮອງນາຍົກລັດຖະມົນຕີຂອງຈີນ ຫຼິວແຮກ ຈະພົບປະກັນແບບອອນລາຍກັບ ຜູ້ຕາງໜ້າການຄ້າຂອງສະຫະລັດ Robert Lighthizer ແລະ ລັດຖະມົນຕີການເງິນ Steven Mnuchin ໃນວັນທີ 16 ສິງຫາ ແຕ່ແຜນການຖືກຍົກເລີກກ່ອນ.
ອັນເນື່ອງມາຈາກ ທຣຳ ໄດ້ຕິຕຽນແຜນການຮັບມືກັບໂຄວິດ-19 ຂອງຈີນ ຊຶ່ງໄດ້ລະບາດຂຶ້ນອີກຄັ້ງໃໝ່. ທຣຳ ເອີ້ນໄວຣັດດັ່ງກ່າວວ່າ: ໄວຣັດຈີນ.
ຂ່າວ: ລູກເມືອງພວນ.

