ໂຄງການເກັບກູ້ລະເບີດແຫ່ງຊາດ ເລັ່ງປະຕິບັດຕົວຄາດໝາຍໃຫ້ສຳເລັດຕາມແຜນ

ຜູ້ອຳນວຍການໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ກ່າວໃນກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເຊິ່ງໄດ້ຈັດຂຶ້ນໃນວັນທີ 18 ສິງຫານີ້  ທີ່ນະຄອນຫລວງວຽງຈັນວ່າ: ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້ ຄກລ ຈະສູ້ຊົນປະຕິບັດຕົວຕາມເລກຄາດໝາຍຕ່າງໆ​ໃຫ້​ສຳ​ເລັດ​ຜົນ ໂດຍສະເພາະວຽກງານໂຄສະນາສຶກສາຄວາມສ່ຽງໃຫ້ໄດ້ 182 ບ້ານ, ວຽກງານສຳຫລວດບໍ່ແມ່ນດ້ານວິຊາການ​ໃຫ້​ໄດ້ 61 ບ້ານ ​ແລະ ວຽກງານສຳຫລວດດ້ານວິຊາການ​ໃຫ້​ໄດ້ 1.890 ເຮັກຕາ, ວຽກງານເກັບກູ້​ໃຫ້​ສຳ​ເລັດ 1.403 ເຮັກຕາ. ພ້ອມກັນນີ້, ດ້ານວຽກງານທຳລາຍລະເບີດລູກຫວ່ານໃຫ້ໄດ້ 49,8 ເຮັກຕາ. ພ້ອມ​ນີ້​ກໍ​ຈະສືບຕໍ່ຂົນຂວາຍລະດົມທຶນ ເພື່ອສະໜັບສະໜູນການປະຕິບັດງານຂອງ ຄກລ ໃນ 9 ແຂວງທົ່ວປະເທດ​ໃຫ້​ບັນລຸ​ຕົວ​ເລກ​ຄາດໝາຍ​ວາງ​ໄວ້.