ວິຊຸນ ມີຄວາມພ້ອມພຽງ 80 % ແຕ່ໝັ້ນໃຈຈະປ້ອງກັນແຊ໋ມ ດອກປີກໄກ່ ເບຍລາວ ໂອເພັນ 2020 ໃຫ້ໄດ້..!

ທ້າວ ວິຊຸນນະລາດ ພິຈິດ ນັກກິລາດອກປີກໄກ່ທີມຊາດລາວ ທັງເປັນ ມື 1 ລາວ ຄົນປັດຈຸບັນ ຂອງສະໂມສອນ ດອກປີກໄກ່ ມັນທາຕຸລາດ ມີຄວາມຮູ້ສືກຕື່ນເຕັ້ນ ແລະ ຢາກຈະເຂົ້າຮ່ວມປ້ອງກັນແຊ໋ມສະໄໝທີ 4 ໂດຍໄວ ເພາະເຫັນວ່າວົງການກິລາດອກປີກໄກ່ລາວ ປັດຈຸບັນພວມມີບັນຍາກາດຟົດຟື້ນ ຫຼາຍສະໂມສອນໄດ້ມີການ ເຄື່ອນໄຫວເກັບໂຕຝຶກຊ້ອມ ເພື່ອຈະເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນກິລາດອກປີກໄກ່ ທົ່ວປະເທດ ຄັ້ງທີ 20 ຊີງຂັນປະທານສະພາແຫ່ງຊາດ ປະຈຳປີ 2020 ຫຼື ລາຍການ ເບຍລາວ ໂອເພັນ 2020 ເຊິ່ງເປັນລາຍການທີ່ເປັນຕຳນານ ແລະ ຍິ່ງໃຫຍ່ທີ່ສຸດໃນລາວ ຈະຈັດຂຶ້ນ ລະຫວ່າງວັນທີ 20-23 ສິງຫານີ້ ທີ່ສະໂມສອນດອກປີກໄກ່ ສະໂມສອນເສດຖາ (ບຶງຂະຫຍອງ).​

ຕາມການໃຫ້ສຳພາດຂອງທ້າວ  ວິຊຸນນະລາດ ພິຈິດ ໃຫ້ສຳພາດວ່າ: ປີນີ້ ຮູ້ສືກວ່າຂະບວນການກິລາດອກປີກໄກ່ໃນລາວເຮົາເລີ່ມມີສີສັນທີ່ໜ້າຕື່ນເຕັ້ນຫຼາຍ ພາຍຫຼັງເຊື້ອພະຍາດອັກເສບປອດ ໂຄວິດ-19 ແຜ່ລະບາດໃນໄລຍະນັ້ນ ນັກກິລາຫຼາຍຄົນກໍໄດ້ຫ່າງເຫີນຈາກວົງການ ແຕ່ກໍມີບັນດາສະໂມສອນ ແລະ ນັກກິລາເລີ່ມມີການເຄື່ອນໄຫວ ແລະ ຝຶກຊ້ອມກັບສະໂມສອນຫຼາຍຂຶ້ນກວ່າເກົ່າ ແລະ ກໍຍັງເຫັນຄູ່ແຂ່ງຂັນທີ່ໜ້າຢ້ານຫຼາຍຄົນເກີດຂຶ້ນອີກ, ສະນັ້ນເພື່ອຮັບປະກັນໃນການປ້ອງກັນແຊ໋ມສະໄໝທີ 4 ນ້ອງຈະພະຍາຍາມສືບຕໍ່ຝຶກຝົນ.

ສຳຫຼັບການແຂ່ງຂັນລາຍການ ເບຍລາວ ໂອເພັນ 2020 ປີນີ້ ໄດ້ຮັບການສະໜັບສະໜູນຫຼັກ 162 ລ້ານກີບພາຍຫຼັງທີ່ໄດ້ມີການປະກາດແຈ້ງການຈະຈັດການແຂ່ງຂັນລາຍການດັ່ງກ່າວ ມາແຕ່ວັນທີ 6 ສິງຫາ ນັບມາຮອດປັດຈຸບັນກໍມີນັກກິລາແຈ້ງເຈດຈຳນົງເຂົ້າຮ່ວມຊີງໄຊເປັນທີ່ຮຽບຮ້ອຍຈຳນວນ 112 ຄົນ ໃນນັ້ນ ປະເພດດ່ຽວມີ 86 ຄົນ ແລະ ປະເພດຄູ່ ມີ 45 ຄູ່ ມາຈາກ 20 ພາກສ່ວນ ປະກອບມີ 7 ແຂວງ ຄື: ຫຼວງພະບາງ, ຫຼວງນໍ້າທາ, ໄຊຍະບູລີ, ອຸດົມໄຊ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ອີກ 13 ສະໂມສອນ ອ້ອມຂ້າງ ນະຄອນຫຼວງວຽງຈັນ ຄາດວ່າຍັງຈະສືບຕໍ່ມີນັກກິລາສະໝັກເຂົ້າຮ່ວມແຂ່ງຂັນຈຳນວນຫຼາຍພໍສົມຄວນ, ໃນນັ້ນ ຈະມີການຊີງໄຊເຖິງ 12 ລາຍການ ກໍຄື ຮຸ່ນເຍົາວະຊົນ 5 ລາຍການ, ຮຸ່ນຊາວໜຸ່ມທົ່ວໄປ 5 ລາຍການ ແລະ ຮຸ່ນອາວຸໂສ 2 ລາຍການ.

ໂດຍ:ສົງການ,ຮຽບຮຽງ:ຫຼ້າວົງໄຊ.