ໄປບໍ່ເຖິງຝັນ..! ບາຊ້າປົດ ເຊຕຽນ ຫລັງພາທີມບໍ່ມີແຊ້ມຕິດມືໃນລະດູການນີ້

ຕາມການລາຍງານຂອງສຳນັັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ໂຈເຊ່ ມາເຣຍ ບາຣໂຕເມວ ປະທານສະໂມສອນ ເຈົ້າບຸນທຸ້ມ ບາຣເຊໂລນ້າ ທີມດັງແຫ່ງ ລາລີກ້າ ແອັສປາຍ ຢືນຢັນປົດຄູຝຶກ ກີເກ້ ເຊຕຽນ ຫລັງພາທີມຕົກຮອບ 8 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ ລະດູການນີ້ໃຫ້ ບາເຢິນ ມິວນິກ ແບບຂາດລອຍ 2-8 ໃນທ້າຍອາທິດຜ່ານມາ.

ສ່ວນຄູຝຶກ ກີເກ້ ເຊຕຽນ ຊາວແອັສປາຍ ທີ່ຄຸມທີມແບບໄຮ້ແຊ້ມໃນລະດູການນີ້ໄດ້ ຕົກຮອບ 8 ທີມລາຍການ ໂຄປ້າເດເຣ, ຖືກ ຣຽວ ມາດຣິດ ຄູປັບຕະຫຼອດການ ແຊງຄວ້າແຊ້ມ ລາລີກ້າ ແອັສປາຍ ແລະ ຫຼ້າສຸດຕົກຮອບ 8 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ.

ສຳລັບຄູຝຶກຄົນໃໝ່ຈະມາແທນ ເຊຕຽນ ມີຫລາຍສື່ຄາດການວ່າ: ໂຣໂນ ຄູມັນ ຄູຝຶກທີມຊາດໂຮນລັງ ອະດີດຄູຝຶກສະໂມສອນ ເອຟເວີຕັນ ຊຶ່ງເປັນອະດີດກອງກາງຂອງທີມ, ເມົາຣິຊີໂອ້ ໂປເຊັດຕີໂນ້ ອະດີດຜູ້ຈັດການທີມທັອດແນ່ມ ຮັອດສະເປີ, ຊາບີ້ ເອີນັນເດັຊ ແລະ ແພັດທຣິກ ໄຄເວີດ ອະດີດກອງກາງ ແລະ ກອງໜ້າຂອງທີມ ລວມທັງ ມັສຊີມີເລຍໂນ້ ອາວເລກີ ອະດີດຄູຝຶກ ຢູເວັນຕຸສ.

ກີເກ້ ເຊຕຽນ ເຂົ້າມາຄຸມ ບາຣຊ້າ ໃນວັນທີ 13 ເດືອນມັງກອນ ປີ 2020 ແທນທີຂອງ ເອີເນັສໂຕ້ ບາວແບເດ້ ສະຖິຕິຄຸມທີມທັງໝົດ 25 ນັດ ຊະນະ 16 ສະເໝີ 4 ເສຍ 5 ນັດ.