Elon Musk ກັບຂຶ້ນເປັນບຸກຄົນທີ່ຮັ່ງມີອັນດັບ 5 ຂອງໂລກອີກ ຫລັງຫຸ້ນຂອງ Tesla ເພີ່ມຂຶ້ນ 7.000 ລ້ານໂດລາໃນມື້ດຽວ

ຫລັງຫຸ້ນຂອງ Tesla ເພີ່ມຂຶ້ນ 11,2% ໃນມື້ດຽວ ເຮັດໃຫ້ມູນຄ່າຫຸ້ນທີ່ Elon Musk CEO ຊາວອາເມລິກາ ອາຍຸ 49 ປີ ຖືຢູ່ເພີ່ມຂຶ້ນ 7.000 ລ້ານໂດລາສະຫະລັດ ລວມທັງໝົດ 83.600 ລ້ານໂດລາສະຫະລັດ.
ສິ່ງທີ່ເກີດຂຶ້ນສົ່ງຜົນໃຫ້ Musk ໄດ້ກັບຂຶ້ນສູ່ລາຍຊື່ບຸກຄົນທີ່ຮັ່ງມີອັນດັບ 5 ຂອງໂລກອີກ ແຊງໜ້າ Mukesh Dhirubhai Ambani ເຊິ່ງດຳເນີນທຸລະກິດນ້ຳມັນ ແລະ ແກັສຂອງອິນເດຍ ແລະ ຍັງແຊງ Warren Edward Buffett ມະຫາເສດຖີຫຸ້ນຊາວອາເມລິການຳອີກ.
ເຖິງຢ່າງໃດກໍຕາມ, ບໍ່ແມ່ນວ່າລາວບໍ່ຕິດຕາມ, ແຕ່ Musk ໄດ້ກ່າວກັບວາລະສານ Forbes ວ່າ: “ຂ້າພະເຈົ້າບໍ່ສົນເລີຍ” ກ່ຽວກັບການຢືນຢູ່ໃນຕຳແໜ່ງບຸກຄົນທີ່ຮັ່ງມີຂອງໂລກ ເພາະ “ຕົວເລກເຫລົ່ານີ້ຂຶ້ນໆລົງໆ ແຕ່ສິ່ງທີ່ສຳຄັນແທ້ໆ ຄືການສ້າງຜະລິດຕະພັນດີເດັ່ນທີ່ຄົນມັກ”.
ກ່ອນໜ້ານີ້ Musk ຢືນຢູ່ອັນດັບທີ 5 ຂອງຕຳແໜ່ງບຸກຄົນທີ່ຮັ່ງມີຂອງໂລກໃນເດືອນກໍລະກົດຜ່ານມາ ເມື່ອມູນຄ່າຫຸ້ນທີ່ລາວຖືຢູ່ເພີ່ມຂຶ້ນມາຢູ່ 74.000 ລ້ານໂດລາສະຫະລັດ ຫລັງຈາກນັ້ນຈຶ່ງຖືກມະຫາເສດຖີຊາວອິນເດຍແຊງໜ້າໄປ.
ຕອນນີ້ຫຸ້ນຂອງ Tesla ເພີ່ມຂຶ້ນເກືອບ 32% ໃນໄລຍະ 5 ມື້ຜ່ານມາ ເຮັດໃຫ້ມູນຄ່າຫຸ້ນທີ່ Musk ຖືຄອງປະມານ 21% ໃນ Tesla ເພີ່ມຂຶ້ນກວ່າ 3 ເທົ່ານັບແຕ່ກາງເດືອນມີນາຜ່ານມາ ເຊິ່ງໃນຕອນນັ້ນລາວຍັງຢູ່ອັນດັບທີ 31 ໃນລາຍຊື່ມະຫາເສດຖີຂອງໂລກ Forbes.
ສຳລັບລາຄາຫຸ້ນທີ່ເພີ່ມຂຶ້ນໃນຄັ້ງນີ້ເກີດຈາກການທີ່ນັກວິເຄາະປັບລາຄາເປົ້າໝາຍ 12 ເດືອນເປັນ 1.900 ໂດລາສະຫະລັດ ປັດຈຸບັນລາຄາຫຸ້ນຂອງ Tesla ຢູ່ທີ່ 1.835,64 ໂດລາສະຫະລັດ ໂດຍນັກວິເຄາະເຊື່ອວ່າ: Tesla ເຊິ່ງເປີດໂຮງງານແຫ່ງໃໝ່ຢູ່ຊຽງໄຮ້ໃນທ້າຍປີ 2019 ມີຄວາມພ້ອມຈະໃຊ້ປະໂຫຍດຈາກຄວາມຕ້ອງການລົດໄຟຟ້າຂອງຈີນທີ່ເພີ່ມຂຶ້ນ ແລະ ຍັງຄາດຄະເນອີກວ່າ: Musk ຈະເປີດເຜີຍ “Game Changing” ກ່ຽວກັບແບັດເຕີຣີໃນວັນທີ 22 ກັນຍານີ້.
ປັດຈຸບັນ Tesla ເປັນຜູ້ຜະລິດລົດທີ່ມີມູນຄ່າສູງທີ່ສຸດໃນໂລກ ດ້ວຍມູນຄ່າຕະຫລາດ 342.000 ລ້ານໂດລາສະຫະລັດ ເຖິງວ່າຈະຜະລິດລົດໜ້ອຍກວ່າຄູ່ແຂ່ງເຊັ່ນ: Ford ແລະ Toyota ກໍຕາມ.

