ກະຊວງແຜນການ ແລະ ການລົງທຶນເປີດຫ້ອງມູນເຊື້ອ, ກາໝາຍໃໝ່ ແລະ ເວັບໄຊຂອງຕົນ

ພິທີເປີດຫ້ອງມູນເຊື້ອ, ເປີດກາໝາຍໃໝ່ ແລະ ເປີດເວັບໄຊ ເພື່ອຈາລຶກເຖິງຄຸນງາມຄວາມດີ ຂອງພະນັກງານການນຳປະຕິວັດອາວຸໂສ ແລະ ຜົນງານດ້ານຕ່າງໆຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ໄດ້ຈັດຂຶ້ນໃນວັນທີ 14​ ສິງຫານີ້ ​ໂດຍ​ການ​ເຂົ້າຮ່ວມ​ຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງດັ່ງກ່າວ.

ທ່ານ ສອນໄຊ ສີພັນດອນ ກ່າວ​ໃນ​ພິທີວ່າ: ການເປີດຫ້ອງມູນເຊື້ອ, ເປີດກາໝາຍໃໝ່ ແລະ ເວັບໄຊໃນມື້ນີ້ ເປັນເຫດການທີ່ສຳຄັນຂອງຂະແໜງແຜນການ ແລະ ການລົງທຶນ ເພື່ອຈາລຶກຄຸນງາມຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານການນຳປະຕິວັດອາວຸໂສຫລາຍທ່ານທີ່ໄດ້ນຳພາ-ຊີ້ນຳວຽກງານແຜນການ ແລະ ການລົງທຶນໃນແຕ່ລະໄລຍະ, ພ້ອມທັງສະແດງ​ໃຫ້​ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງກົງຈັກການຈັດຕັ້ງ ແລະ ຜົນງານຕ່າງໆ​ທີ່​ຍາດ​ມາ​ໄດ້. ຂະນະດຽວກັນ, ກາໝາຍໃໝ່ນີ້ແມ່ນໄດ້ຜ່ານການຄັດເລືອກຈາກ 37 ຮູບແບບທີ່ສົ່ງເຂົ້າແຂ່ງຂັນ.

ສຳລັບເວັບໄຊ (www.mpi.gov.la) ຖືເປັນບາດກ້າວ​ໃໝ່ໃນການໂຄສະນາເຜີຍແຜ່ກ່ຽວກັບພາລະບົດບາດ, ນິຕິກໍາ, ການເຄື່ອນໄຫວ ແລະ ຜົນງານດ້ານຕ່າງໆ ເພື່ອໃຫ້ສັງຄົມ, ນັກຮຽນ-ນັກສຶກສາ​ໄດ້​ສຶກສາ​ຮຽນ​ຮູ້.

ທ່ານ ສອນໄຊ ສີພັນດອນ ກ່າວຕື່ມວ່າ: ການເປີດຫ້ອງມູນເຊື້ອ, ກາໝາຍໃໝ່ ແລະ ເວັບໄຊ ກະຊວງໃນມື້ນີ້ ເປັນພຽງການເລີ້ມຕົ້ນເທົ່ານັ້ນ ​ເຊິ່ງພາກສ່ວນຮັບຜິດຊອບຍັງຈະຕ້ອງໄດ້ສືບຕໍ່ພັດທະນາເພື່ອໃຫ້ມີຄວາມສົມບູນຍິ່ງຂຶ້ນ ແລະ ສອດຄ່ອງກັບສະພາບ ແລະ ເງື່ອນໄຂຕົວຈິງໃນແຕ່ລະໄລຍະ.