ມາເລເຊຍພົບເຫັນການກາຍສາຍພັນໃໝ່ຂອງໄວຣັດໂຄໂຣນາ ມີຄວາມສ່ຽງຕິດຕໍ່ໄດ້ງ່າຍທົບ 10 ເທົ່າສາຍພັນເກົ່າ

ສຳນັກຂ່າວ tuoitre ໃຫ້ຮູ້ວັນທີ 17 ສິງຫານີ້ວ່າ: ກະຊວງສາທາລະນະສຸກຂອງ ມາເລເຊຍ ໄດ້ປະກາດວ່າ: ໄດ້ກວດພົບເຫັນການກາຍສາຍພັນໃໝ່ຂອງເຊື້ອໄວຣັດໂຄໂຣນາ, ອັນຈະເຮັດໃຫ້ພະຍາດໂຄວິດ-19 ມີຄວາມສ່ຽງຕິດຕໍ່ໄດ້ງ່າຍຂຶ້ນທົບ 10 ເທົ່າ ຖ້າທຽບໃສ່ເຊື້ອໄວຣັດໂຄໂຣນາສາຍພັນເກົ່າໃນປະເທດຂອງຕົນ.

ທ່ານ Noor Hisham Abdullah ເຈົ້າໜ້າທີ່ການແພດ ມາເລເຊຍຄົນໜຶ່ງ, ໃນວັນທີ 16 ສິງຫານີ້ ໄດ້ຮຽກຮ້ອງໃຫ້ຊຸມຊົນຂອງມາເລເຊຍຈົ່ງມີສະຕິລະວັງຕົວໃຫ້ສູງກວ່າເກົ່າ ພາຍຫຼັງທາງກະຊວງສາທາລະນະສຸກໄດ້ພົບເຫັນການກາຍສາຍພັນໃໝ່ເປັນ D614G ຈາກເຊື້ອໄວຣັດໂຄໂຣນາ.

ທ່ານ Noor Hisham Abdullah ໄດ້ຂຽນອອກໃນໜ້າ ເຟສບຸກສ່ວນຕົວວ່າ: ການກາຍສາຍພັນໃໝ່ນີ້ ອາດຈະມີຄວາມສ່ຽງຕິດຕໍ່ໄດ້ງ່າຍກວ່າ 10 ເທົ່າ ແລະ ແຜ່ລະບາດໄດ້ງ່າຍກວ່າ.

ສຳນັກຂ່າວ Bernama ໃຫ້ຮູ້ວ່າ: ສະຖາບັນຄົ້ນຄວ້າການແພດຂອງມາເລເຊຍໄດ້ພົບເຫັນການກາຍສາຍພັນດັ່ງກ່າວ ໃນຂະນະທີ່ດຳເນີນການທົດລອງປູກເຊື້ອໄວຣັດທີ່ໄດ້ມາຈາກ 3 ກໍລະນີຕິດເຊື້ອຈາກພະຍາດ Sivagangga ແລະ 1 ກໍລະນີຈາກພະຍາດ Ulu Tiram ຢູ່ໃນມາເລເຊຍ.

ທ່ານ Noor Hisham ຍອມຮັບວ່າ ການພົບເຫັນການກາຍສາຍພັນຄັ້ງນີ້ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການຄົ້ນຄວ້າວັກຊີນຂອງມາເລເຊຍ, ອັນໄດ້ເຮັດໃຫ້ການທົດລອງວັກຊີນໃນຂະນະນີ້ບໍ່ໄດ້ຮັບຜົນສຳເລັດ ເພາະ ການທົດລອງບໍ່ມີຜົນຕໍ່ກັບການກາຍສາຍພັນໃໝ່ D614G.

ຂ່າວ: ລູກເມືອງພວນ.