ການປະທ້ວງຄັ້ງໃຫ່ຍ ໃນສະໄໝລັດຖະບານ ປາຢຸດຈັນໂອຊາ

ສຳນັກຂ່າວ vnnet, ວັນທີ 16 ກໍລະກົດໃຫ້ຮູ້ວ່າ: ມວນຊົນນັບຫຼາຍພັນຄົນໄດ້ເຂົ້າຮ່ວມການປະທ້ວງຄັ້ງໃຫ່ຍໃນວັນທີ 16 ສິງຫາຢູ່ທີ່ ສະໜາມຫຼວງ ປະຊາທິປະໄຕ ບາງກອກ ປະເທດໄທ.

ນີ້ເປັນການປະທ້ວງຄັ້ງໃຫ່ຍທີ່ສຸດ ນັບແຕ່ມື້ມີການລັດຖະປະຫານໃນປີ 2014 ເປັນຕົ້ນມາ. ກ່ອນໜ້ານັ້ນ ການປະທ້ວງຂອງນິສິດນັກສຶກສາ ໄດ້ຮຽກຮ້ອງ 3 ຂໍ້ຕໍ່ລັດຖະບານ: ຈັດຕັ້ງການເລືອກຕັ້ງໃໝ່, ປ່ຽນແປງລັດຖະທຳມະນູນ ແລະ ຫ້າມປາບປາມຜູ້ທີ່ຄັດແຍ່ງກັບລັດຖະບານ.

ສຳນັກຂ່າວ Reuters ໃຫ້ຮູ້ວ່າ ການປະທ້ວງຫຼ້າສຸດນີ້,  ນິສິດນັກສຶກສາ ແລະ ມວນຊົນໄດ້ຍື່ນຄຳຮຽກຮ້ອງ 10 ຂໍ້ ເຖິງ ເຈົ້າຊີວິດ ມະຫາວາຈິຣາຣົງກອນ, ຊຶ່ງໃນນັ້ນມີການຮຽກຮ້ອງໃຫ້ມີການຈຳກັດອຳນາດຂອງເຈົ້າຊີວິດ, ຊັບສິນຂອງລາດຊະວົງ ແລະ ກຳລັງປະກອບອາວຸດ ໃຫ້ຢູ່ໃຕ້ອຳນາດຂອງລັດຖະທຳມະນູນ.

ຂ່າວ: ລູກເມືອງພວນ.