ພັກແລ້ງນຳໃຊ້ເວລາຫວ່າງໃຫ້ມີຜົນ

ເພື່ອນຜູ້ອ່ານທີ່ຮັກແພງທັງຫລາຍ, ໃຜໆກໍຈະມີລູກມີຫລານ ແລະ ສິ່ງທີ່ໜ້າເປັນຫ່ວງແມ່ນພາຍຫລັງສຳເລັດການສອບເສັງ ແລະ ພັກແລ້ງນີ້ ຈະເຮັດແນວໃດໃຫ້ເຂົາເຈົ້ານຳໃຊ້ເວລາຫວ່າງດັ່ງກ່າວໃຫ້ເປັນປະໂຫຍດ ເພາະປັດຈຸບັນ ກໍດັ່ງພວກເຮົາຮູ້ນຳກັນແລ້ວວ່າມັນມີຫລາຍອັນເຂົ້າມາຍົວະຍວນນັກຮຽນ, ນັກສຶກສາ ແລະ ໄວໜຸ່ມເຮົາໄປໃນທາງອີເຕືອກ ນັ້ນກໍຄືໄພສັງຄົມ, ຫລິ້ນກິນຟຸມເຟືອຍ, ຕິດການພະນັນ, ຫລິ້ນໄພ້ຫລິ້ນຫວຍຫລິ້ນເບີ, ຕິດເກມ ແລະ ຮ້າຍແຮງທີ່ສຸດກໍແມ່ນໄພອັນຕະລາຍຂອງຢາເສບຕິດ, ຢາບ້າຢາອີຕ່າງໆນາໆ ປາບປານໃດກໍບໍ່ໝົດເປັນຈັກເທື່ອ. ນີ້ແລ້ວສິ່ງເປັນຫ່ວງຂອງຜູ້ປົກຄອງ ຜູ້ເປັນພໍ່ເປັນແມ່. ດັ່ງນັ້ນ ສັງຄົມເຮົາຕ້ອງມີສ່ວນຮ່ວມນຳກັນ ເພື່ອປຸກລະດົມ ແລະ ຊັກຊວນໃຫ້ລູກຫລານ, ນັກຮຽນ, ນັກສຶກສາຫັນມາເຮັດໃນສິ່ງທີ່ດີ ມີປະໂຫຍດໃຫ້ຊາດບ້ານເມືອງ. ຖ້າຢູ່ໂຮງຮຽນ ແລະ ສະຖາບັນການສຶກສາຕ່າງໆກໍຕ້ອງຈັດໃຫ້ມີເວລາຮຽນເພີ່ມຮຽນເຕີມຂອງວິຊາຮຽນຕ່າງໆ ຕະຫລອດຮອດການຮຽນຮູ້ດ້ານພາສາຕ່າງປະເທດ, ຮຽນຮູ້ສິລະປະວັນນະຄະດີ, ຮຽນເສບຮຽນຟ້ອນ ສົ່ງເສີມຄວາມຮູ້ຄວາມສາມາດຢ່າງຮອບດ້ານ ເພື່ອພັດທະນາຕົນເອງໃຫ້ເປັນຄົນຮູ້ຜູ້ດີ ແລະ ພ້ອມນັ້ນ ໃນເບື້ອງອຳນາດການປົກຄອງ, 3 ອົງການຈັດຕັ້ງມະຫາຊົນດັ່ງຊາວໜຸ່ມແມ່ຍິງກໍຄວນເອົາໃຈໃສ່ສ້າງຂະບວນການແຂ່ງຂັນຕ່າງໆໃຫ້ໄວໜຸ່ມນັກຮຽນ, ນັກສຶກສາໄດ້ເຂົ້າມາມີສ່ວນຮ່ວມໃນໄລຍະພັກຮຽນ. ຕົວຢ່າງອາດຈະຈັດໃຫ້ມີການແຂ່ງຂັນສິລະປະວັນນະຄະດີຂອງໂຮງຮຽນຕ່າງໆ, ແຂ່ງຂັນແຕ້ມຮູບ, ເວົ້າພາສາອັງກິດ ແລະ ອື່ນໆ ເພື່ອສົ່ງເສີມໃຫ້ເຂົາເຈົ້າໜີຫ່າງຈາກສິ່ງອະບາຍຍະມຸກຕ່າງໆ, ສ່ວນເບື້ອງອຳນາດການປົກຄອງກໍອາດຈະເພີ່ມທະວີຈັດກິດຈະກຳທີ່ຕິດພັນກັບຄຳຂວັນແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ມີເນື້ອໃນເລິກເຊິ່ງ ແລະ ໄປຄຽງຄູ່ກັນນັ້ນ ກໍຕ້ອງໄດ້ເພີ່ມທະວີຕ້ານ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ໃນສັງຄົມໃຫ້ໝົດໄປ ບໍ່ຄວນໄປປົກປິດ ແລະ ເຊື່ອງອຳພວກແມ່ຈ້າງນາງເລງ, ຂາຍເລກຂາຍເບີ, ຫລິ້ນການພະນັນ, ຊື້ຂາຍຢາບ້າຢາເມົາຕ່າງໆ ເພື່ອຜົນປະໂຫຍດຕົນເອງ. ຖ້າເຮົາທຸກຄົນຫາກເຮັດໄດ້ແນວນີ້ແລ້ວ ກໍຈະຊ່ວຍໃຫ້ລູກຫລານເຮົາມີໂອກາດໄດ້ພັດທະນາຕົນເອງດີຂຶ້ນ.
ໂດຍ: ທ່ຽງທຳ

