ພູຖານລັອກດາວປະເທດຄັ້ງທຳອິດ ຫລັງພົບຜູ້ຕິດເຊື້ອໂຄວິດ-19

ພູຖານມີຜູ້ຕິດເຊື້ອໂຄວິດໜ້ອຍທີ່ສຸດໃນອາຊີໃຕ້, ແຕ່ເມື່ອພົບຜູ້ຕິດເຊື້ອໃໝ່ ທາງການໄດ້ສັ່ງລັອກດາວທັນທີ.
ທ່ານ ໂລເທ ເຊີຣິງ ນາຍົກລັດຖະມົນຕີພູຖານ ທີ່ຍັງປະຕິບັດໜ້າທີ່ແພດປິ່ນປົວຄົນເຈັບຄຽງຄູ່ໄປນຳ ປະກາດລັອກດາວປະເທດ ໂດຍຂໍໃຫ້ປະຊາຊົນອອກນອກເຮືອນສະເພາະກໍລະນີຈຳເປັນໃນໄລຍະ 5-6 ມື້ ນັບແຕ່ວັນທີ 11 ສິງຫາເປັນຕົ້ນໄປ.
ສ່ວນນັກຮຽນຢູ່ໂຮງຮຽນປະຈຳ ຂໍໃຫ້ຢູ່ໃນຫ້ອງພັກ ແລະ ປະຕິບັດຕາມມາດຕະການປ້ອງກັນ Covid-19 ລວມທັງມີການເລື່ອນການສອບເສັງອອກໄປກ່ອນ. ຂະນະທີ່ໂຮງຮຽນ, ສະຖາບັນ, ສຳນັກງານ ແລະ ຫ້າງຮ້ານຕ່າງໆ ຕ້ອງປິດ.
ຄຳສັ່ງລັອກດາວນີ້ມີຂຶ້ນຫລັງຈາກພົບວ່າຜູ້ຍິງຊາວພູຖານ ອາຍຸ 27 ປີ ທີ່ເດີນທາງກັບມາຈາກປະເທດກູເວດ ແລະ ຫາກໍໄດ້ຮັບອະນຸຍາດໃຫ້ອອກຈາກສະຖານທີ່ກັກຕົວ ຫລັງຜົນກວດເຊື້ອໂຄໂຣນາໄວຣັສເປັນລົບ ພັດມາມີຜົນກວດເປັນບວກອີກໃນວັນທີ 10 ສິງຫາຜ່ານມາ.
ຈາກການກວດສອບປະຫວັດການເດີນທາງພົບວ່າ: ຜູ້ຍິງຄົນດັ່ງກ່າວເດີນທາງໄປຫລາຍສະຖານທີ່ໃນປະເທດ ລວມທັງຮ້ານສັບພະສິນຄ້າ ແລະ ຍັງສຳຜັດໃກ້ຊິດກັບຄົນໃນຄອບຄົວ ແລະ ໝູ່ເພື່ອນອີກຫລາຍຄົນ.
ເບື້ອງຕົ້ນທາງການໄດ້ຕິດຕາມຜູ້ທີ່ເຄີຍສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 210 ຄົນ ເພື່ອເອົາມາກວດຫາເຊື້ອຕໍ່ໄປ.
ທັງນີ້ ພູຖານມີຜູ້ຕິດເຊື້ອ Covid-19 ທັງໝົດ 113 ຄົນ ລວມທັງຜູ້ຕິດເຊື້ອຄົນຫລ້າສຸດ ເຊິ່ງຖືວ່າໜ້ອຍທີ່ສຸດໃນເຂດອາຊີໃຕ້ ແລະ ຍັງບໍ່ມີຜູ້ເສຍຊີວິດ.
ໃນເດືອນມີນາ, ທາງການມີຄຳສັ່ງຫ້າມນັກທ່ອງທ່ຽວເດີນທາງເຂົ້າປະເທດ ລວມທັງໃຫ້ຜູ້ທີ່ເດີນທາງກັບຈາກຕ່າງປະເທດທຸກຄົນກັນຕົວເປັນເວລາ 3 ອາທິດ ຫລັງພົບນັກທ່ອງທ່ຽວຊາວອາເມລິກາຕິດເຊື້ອ.

