ລູກສາວປະທານາທິບໍດີ ປູຕີນ ໄດ້ຮັບການສັກຢາວັກຊີນຮຽບຮ້ອຍແລ້ວ
ຂ່າວໜັງສືພິມ Bachmai ຂອງຫວຽດນາມ, ວັນທີ 11 ສິງຫານີ້ໃຫ້ຮູ້ວ່າ: ລັດເຊຍໄດ້ກາຍເປັນປະເທດທຳອິດໃນໂລກທີ່ໄດ້ຈົດທະບຽນວັກຊີນຕ້ານ ໂຄວິດ-19 ແລ້ວ ແລະ ເຂົາຍັງໃຫ້ຮູ້ວ່າ: ລູກສາວຂອງທ່ານກໍໄດ້ຮັບການສັກວັກຊີນ ຕ້ານໂຄວິດ-19 ເປັນທີ່ຮຽບຮ້ອຍແລ້ວ.
ທ່ານ ປູຕີນ ກ່າວວ່າ: “ຕາມທີ່ຂ້າພະໄດ້ເຈົ້າຮູ້, ເປັນຄັ້ງທຳອິດທີ່ໂລກໄດ້ມີວັກຊີນຕ້ານໂຄວິດ-19 ແລະ ໄດ້ຈົດທະບຽນໃນຕອນເຊົ້າມື້ນີ້ເອງ ເປັນທີ່ຮຽບຮ້ອຍ”.
ລັດຖະມົນຕີກະຊວງສາທາລະນະສຸກ ກໍໄດ້ຢໍ້າຄືນວ່າ ວັກຊີນຕ້ານໂຄວິດ-19 ຂອງລັດເຊຍໄດ້ຈົດທະບຽນແລ້ວ. ຕໍ່ໄປ, ລັດເຊຍຈະສັກວັກຊີນໃຫ້ທິມແພດໝໍກ່ອນໝູ່ໝົດ ຫຼັງຈາກນັ້ນຈະສັກໃຫ້ຄົນທົ່ວໄປນັບແຕ່ເດືອນມັງກອນ 2021 ເປັນຕົ້ນໄປ.
ຂ່າວ: ລູກເມືອງພວນ.

