ອາກາດຮ້ອນແຮງຢູ່ອາເມລິກາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 4 ຄົນ
ມີຜູ້ເສຍຊີວິດແລ້ວ 4 ຄົນ ຈາກອິດທິພົນຂອງຄື້ນຄວາມຮ້ອນທີ່ແຜ່ປົກຄຸມພາກຕາເວັນຕົກສຽງໃຕ້ຂອງອາເມລິກາໃນອາທິດນີ້ ເຊິ່ງສົ່ງຜົນໃຫ້ອຸນຫະພູມໃນຫລາຍພື້ນທີ່ຢູ່ລະດັບ 50 ອົງສາ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນລອສແອນເຈລິສ ປະເທດອາເມລິກາ ໃນວັນທີ 22 ມິຖຸນານີ້ວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງອາເມລິກາ (NWS) ອອກປະກາດເຕືອນໄພສະພາບອາກາດຮ້ອນແຮງສະບັບໃໝ່ ໃນວັນທີ 21 ມິຖຸນາ ຂໍໃຫ້ປະຊາຊົນໂດຍສະເພາະຜູ້ອາຍຸສູງຫລີກເວັ້ນການອອກກາງແຈ້ງຖ້າບໍ່ມີຄວາມຈຳເປັນ ແລະ ຂໍໃຫ້ປະຊາຊົນດື່ມນ້ຳເປັນໄລຍະ ເພື່ອປ້ອງກັນການເກີດສະພາບຂາດນ້ຳ ເຊິ່ງຈະສົ່ງຜົນຕໍ່ຂະບວນການເຮັດວຽກຂອງຮ່າງກາຍໃນການລະບາຍຄວາມຮ້ອນ ເຮັດໃຫ້ອຸນຫະພູມຂອງຮ່າງກາຍເພີ່ມສູງຂຶ້ນ ແລະ ເກີດອາການລົມແດດທີ່ອາດເປັນອັນຕະລາຍເຖິງຊີວິດ.
ທັງນີ້, ສະພາບອາກາດທີ່ຮ້ອນແຮງໃນອາທິດນີ້ ໂດຍສະເພາະຢູ່ຝັ່ງຕາເວັນຕົກສຽງໃຕ້ຂອງອາເມລິກາ ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວ 4 ຄົນ. ຂະນະທີ່ NWS ລາຍງານອຸນຫະພູມບໍລິເວນ Deats Valley ເຊິ່ງເປັນທະເລຊາຍ ແລະ ເປັນໜຶ່ງໃນພື້ນທີ່ຮ້ອນທີ່ສຸດໃນໂລກ ຕັ້ງຢູ່ທາງຕາເວັນອອກຂອງລັດກາລິຟໍເນຍ ຕິດກັບລັດເນເວົາດາ ສູງເຖິງ 52,8 ອົງສາ ແລະ ມີທ່າອ່ຽງເພີ່ມສູງກວ່ານັ້ນອີກໃນທ້າຍອາທິດນີ້.
ຂະນະດຽວກັນ, ສະພາບອາກາດຮ້ອນແຮງ ແລະ ແຫ້ງແລ້ງຍັງສົ່ງຜົນກະທົບຕໍ່ການໃຫ້ບໍລິການຂອງສະໜາມບິນຫລາຍແຫ່ງໃນພາກພື້ນ ເນື່ອງຈາກຈະສົ່ງຜົນກະທົບຕໍ່ການເຮັດວຽກຂອງເຄື່ອງຈັກ ແລະ ອຸນຫະພູມພື້ນລັນເວອາດສູງເຖິງ 60 ອົງສາ ອາດສົ່ງຜົນໃຫ້ເຈົ້າໜ້າທີ່ພາກພື້ນດິນເສຍຊີວິດໄດ້.

