ລະດັບນ້ຳຊັນ ຍັງເພີ່ມຂຶ້ນເລື້ອຍໆມີຫລາຍຫລັງຄາເຮືອນໃນເທດສະບານເມືອງບໍລິຄັນຢູ່ໃນຂີດອັນຕະລາຍແລ້ວ

ນັກຂ່າວແຂວງບໍລິຄຳໄຊ ລາຍງານວ່າ: ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫລາຍມື້ນັບແຕ່ ວັນທີ 1-6 ສິງຫານີ້ໄດ້ເຮັດໃຫ້ສາຍນ້ຳຊັນ; ນໍ້າລາດ, ນໍ້າ  ໝາງ ແລະ ນ້ຳປາງຍຶ່ງຂຶ້ນສູງໄຫລຖ້ວມເທດສະບານເມືອງບໍລິຄັນ ແລະ ບ້ານເຮືອນປະຊາຊົນຈຳນວນໜຶ່ງທີ່ຢູ່ລຽບຝັ່ງແມ່ນ້ຳດັ່ງກ່າວຄື: ບ້ານວັດທາດ, ນາແຫນ, ຫາດດອນຄູນ, ຫາດໂພ, ສີສະຫວາດ, ທົ່ງພັນຄຳ, ກົກໂພ, ໂພນມຸງຄູນ ແລະ ຫ້ວຍຄູນ ໄດ້ສົ່ງຜົນກະທົບຕໍ່ການເຄື່ອນໄຫວໄປ-ມາ, ລະບົບໄຟຟ້າ, ນ້ຳປະປາ ແລະ ພື້ນຖານໂຄງລ່າງດ້ານສາທາລະນະ, ໄຮ່ນາ, ຮົ້ວສວນ ແລະ ສັດລ້ຽງຈຳນວນໜຶ່ງເສຍຫາຍ ເຮັດໃຫ້ປະຊາຊົນຢູ່ເຂດນ້ຳຖ້ວມຂາດແຄນນ້ຳກິນ ແລະ ເຂົ້າສານອາຫານແຫ້ງ.  ເຊິ່ງປັດຈຸບັນລະດັບນ້ຳໄດ້ເພີ່ມຂຶ້ນເລື້ອຍໆມີຫລາຍຫລັງຄາເຮືອນໃນເຂດເທດສະບານເມືອງເຖິງຂີດອັນຕະລາຍແລ້ວ.

ຕໍ່ບັນຫາດັ່ງກ່າວ, ອໍານາດການປົກຄອງທ້ອງຖິ່ນໄດ້ນຳພາປະຊົນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງລົງຊ່ວຍຍົກຍ້າຍສິ່ງຂອງ, ສັດລ້ຽງໄປໄວ້ບ່ອນປອດໄພ ພ້ອມນຳເອົາເຂົ້າສານອາຫານແຫ້ງ ແລະ ນ້ຳດື່ມ ໄປຊ່ວຍເຫລືອໃນເບື້ອງຕົ້ນແລ້ວ ແລະ ຖ້າສະພາບຝົນຕົກຍັງແກ່ຍາວກໍອາດຈະເຮັດໃຫ້ນ້ຳຖ້ວມຄັ້ງນີ້ຮ້າຍແຮງຂຶ້ນ.

 

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ