ລັດຖະບານໄດ້ສຸມໃສ່ປັບປຸງຮອບດ້ານ ເພື່ອເຮັດໃຫ້ສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ລາວດີຂຶ້ນ

ເຊົ້າວັນທີ 5 ສິງຫານີ້, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບອົງການຮ່ວມມືລາວ-ເຢຍລະມັນ (Lao-German Cooperation ຫຼື GIZ) ໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍກ່ຽວກັບສະພາບກາບປັບປຸງຄວາມສະດວກໃນການດໍາເນີນທຸລະກິດຢູ່ປະເທດເຮົາ ເພື່ອເປັນເງື່ອນໄຂໃຫ້ຂະແໜງການກ່ຽວຂ້ອງຕ່າງໆປັບປຸງແກ້ໄຂ, ພາຍຫລັງເຫັນວ່າສະພາບແວດລ້ອມໃນການດຳເນີນທຸລະກິດຢູ່ປະເທດເຮົາແມ່ນຍັງບໍ່ທັນມີຄວາມສະດວກເທົ່າທີ່ຄວນ ແລະ ມີທ່າອ່ຽງຫລຸດລົງເລື້ອຍໆມາຄື: ໃນປີ 2020 ລາວຈັດຢູ່ໃນອັນດັບ 154 ໃນທົ່ວໂລກ ແລະ ເປັນອັນດັບ 9 ໃນອາຊຽນຮອງຈາກປະເທດມຽນມາ (165).

ທ່ານ ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຈຶ່ງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ ແລະ ໃຫ້ຖືເອົາການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດເປັນວຽກບູລິມະສິດອັນຮີບດ່ວນທີ່ພວກເຮົາທຸກຄົນຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງມີແບບແຜນ ແລະ ຕໍ່ເນື່ອງ ເພື່ອໃຫ້ວຽກງານນີ້ມີຄວາມສະດວກດີຂຶ້ນ, ແນໃສ່ຍາດແຍ່ງ ແລະ ດຶງດູດເອົາການລົງທຶນທີ່ມີຄຸນນະພາບ, ຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນຂອງທຸລະກິດພາຍໃນໃຫ້ສູງຂຶ້ນ.

ທ່ານ ຮອງນາຍົກລັດຖະມົນຕີ ເນັ້ນວ່າ: ກະຊວງ​ແຜນການ ​ແລ​ະ ການ​ລົງທຶນ ໃນນາມເປັນໃຈກາງປະສານກັບຂະແໜງການກ່ຽວຂ້ອງເພື່ອຕິດຕາມຄວາມຄືບໜ້າໃນການແກ້ໄຂຂອດຂັ້ນຫຍຸ້ງຍາກໃນບັນດາ10 ຕົວຊີ້ວັດກ່ຽວກັບຄວາມສະດວກໃນການດໍາເນີນທຸລະກິດທີ່ທາງທະນາຄານໂລກວາງອອກຈຶ່ງໄດ້ສ້າງປື້ມແຜນດໍາເນີນງານການປັບປຸງແຕ່ລະຕົວຊີ້ວັດຂອງຂະແໜງການກ່ຽວຂ້ອງເພື່ອເຜີຍແຜ່ໃຫ້ອົງການຕ່າງໆຂອງພາກລັດຕະຫຼອດຮອດພາກເອກະຊົນໄດ້ຮັບຊາບແລະຕິດຕາມ. ໃນນັ້ນ, ກໍ່ແມ່ນເພື່ອເປັນການສະໜອງຂໍ້ມູນໃຫ້ແກ່ບັນດາຜູ້ໃຫ້ທຶນຕ່າງໆທີ່ມີຄວາມສົນໃຈໃຫ້ການສະໜັບສະໜູນທາງດ້ານທຶນຮອນຫຼືວິຊາການເພື່ອຊຸກຍູ້ວຽກງານປັບປຸງຄວາມສະດວກໃນການດໍາເນີນທຸລະກິດຢູສປປລາວໃຫ້ດີຂື້້ນເປັນກ້າວໆ.

 

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ