ເບນ ເດວິດ ລຸ້ນສ້າງປະຫວັດສາດເປັນຄົນໄທຄົນທຳອິດລົງສະໜາມພຣີເມຍລີກອັງກິດ

ເບນ ເດວິດ ຫຼື Benjamin James Davis  ນັກເຕະສັນຊາດໄທ ອາຍຸ 23 ພ້ອມຕິດທີມຊາດໄທຊຸດ U-23 , ລູກເຄີງໄທ-ອັງກິດ ກອງກາງຂອງສະໂມສອນຟູແລມ ທີ່ເລື່ອນຊັ້ນຂື້ນສູ່ພຣີເມຍລີກອັງກິດອີກຄັ້ງໃນລະດູການໜ້າ (2020-2021) ສົ່ງຜົນໃຫ້ ເບນ ເດວິດ ມີລຸ້ນເປັນຄົນໄທຄົນທຳອິດທີ່ໄດ້ລົງແຂ່ງຂັນໃນເວທີພຣີເມຍລີກອັງກິດ, ຫຼັງຈາກທີ່ຟູແລມຄວ້າໂຄຕ້າທີມສຸດທ້າຍທີ່ເລື່ອນຊັ້ນສູ່ລີກສູງສຸດ ດ້ວຍການເອົາຊະນະ ເບນຟອດ 2-1 ໃນຊ່ວງທົດເວລາພິເສດ. 

ປັດຈຸບັນ ເບນ ເດວິດ ໄດ້ຕໍ່ສັນຍາກັບຕົ້ນສັງກັດອອກໄປອິກ 2 ປີ, ດ້ວຍຜົນງານໄດ້ລົງເລ່ນໃນທີມສຳຮອງຂອງຟູແລມ ໃນການແຂ່ງຂັນພຣີເມຍລີກອັງກິດ 2 ໄປ 12 ນັດເປັນຕົວຈິງຂອງທີມ 9 ນັດ, ສຳຮອງ 3 ນັດ ຍິງ 1 ປະຕູ ແລະ ສົ່ງໃຫ້ເພື່ອນຮ່ວມທີມຍິງປະຕູ 2 ຄັ້ງ