ອົງການອະນາໄມໂລກປະກາດຜົນກວດກາເບື້ອງຕົ້ນ ທີ່ມາຂອງໂຄວິດ-19 ຢູ່ຈີນ

ວັນທີ 3 ສິງຫານີ້, ສຳນັກຂ່າວສານຂອງຫວຽດນາມໃຫ້ຮູ້ວ່າ: ຜົນຂອງການກວດກາເບື້ອງຕົ້ນໃຫ້ຮູ້ວ່າ ອູຮັ່ນຍັງບໍ່ທັນເປັນທີ່ແນ່ນອນວ່າເປັນຕົ້ນກຳເນີດຂອງການແຜ່ເຊື້ອໄວຣັດຈາກສັດໄປສູ່ຄົນ.

ຄະນະຜູ້ຊ່ຽວຊານຂອງອົງການອະນາໄມໂລກໄດ້ສິ້ນສຸດການກວດກາເບື້ອງຕົ້ນທີ່ມາຂອງເຊື້ອໄວຣັດໂຄວິດ-19 ຢູ່ຈີນແລ້ວ, ຊຶ່ງໄດ້ສ້າງພື້ນຖານໃຫ້ແກ່ການສືບຕໍ່ຄົ້ນຄວ້າຕໍ່ໄປ. ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫ່ຍຂອງອົງການອະນາໄມໂລກ ກ່າວວ່າ: “ດ້ວຍຜົນສຳເລັດທີ່ເຕັມໄປດ້ວຍຄວາມພະຍາຍາມນີ້, ບັນດາຜູ້ຊ່ຽວຊານຂອງອົງການອະນາໄມໂລກ ແລະ ຈີນ  ໄດ້ປູພື້ນຖານໃຫ້ແກ່ບັນດານັກຄົ້ນຄວ້າ ແລະ ໂຄງການດຳເນີນງານຂອງຊ່ຽວຊານທີ່ມີ ອົງການອະນາໄມໂລກເປັນຜູ້ນຳຕໍ່ໄປ”.

ຕໍ່ຜົນສຳເລັດເບື້ອງຕົ້ນນັ້ນ, ປອ Michael Ryan ຫົວໜ້າຂັບເຄື່ອນໂຄງການສຸກເສີນທາງດ້ານສຸຂະພາບຂອງອົງການອະນາໄມໂລກ ໃຫ້ຮູ້ວ່າ: ເຖິງແມ່ນວ່າກຸ່ມຜູ້ຕິດເຊື້ອໄວຣັດອັກເສບປອດນັ້ນຈະບໍ່ແມ່ນຕົວແທນທຳອິດທີ່ປະກາດຢູ່ອູຮັ່ນນັ້ນກໍຕາມ  ແຕ່ກໍບໍ່ໝາຍຄວາມວ່າ ມັນບໍ່ແມ່ນຕົວແທນໃຫ້ອູຮັ່ນບ່ອນທີ່ເກີດເຊື້ອໄວຣັດໂຄວິດ-19 ທີ່ຕິດຕໍ່ໄປໃສຄົນແຕ່ຢ່າງໃດ.

ກຸ່ມຜູ້ຊ່ຽວຊານຂອງ ອົງການອະນາໄມໂລກ ໄປຈີນ ເພື່ອກວດກາເບິ່ງທີ່ມາຂອງໂຄວິດ-19 ນັ້ນ ໄດ້ສິ້ນສຸດລົງ. ສ່ວນການຄົ້ນຄວ້າໃນຕໍ່ໜ້ານັ້ນຈະຕ້ອງໄດ້ອີງໃສ່ຜົນຂອງການກວດກາຄັ້ງທຳອິດນີ້ ເຊິ່ງດຳເນີນການໂດຍທິມງານຜູ້ຊ່ຽວຊານຂອງຈີນ ທີ່ຕະຫຼາດ ອູຮັ່ນ.

ທ່ານ Ryan ຍັງໃຫ້ຮູ້ອີກວ່າ: ອົງການອະນາໄມໂລກຍັງຈະສົ່ງທິມງານຊ່ຽວຊານໄປເຮັດວຽກກັບຄູ່ຮ່ວມມືຈີນຕື່ມອີກ ເພື່ອອອກແບບ ແລະ ຈັດຕັ້ງການຄົ້ນຄວ້າຕໍ່ໄປ.

ຂ່າວ: ລູກເມືອງພວນ