ສື່ມວນຊົນລາວໃນຍຸກເກົ່າກັບຍຸກໃໝ່

ໂດຍ: ທິດກໍ່າ
ໃນໂອກາດວັນສື່ມວນຊົນລາວ ວັນທີ 13 ສິງຫາ 2020 ເຊິ່ງມີອາຍຸຄົບຮອບ 70 ປີ (13/8/1950 – 13/8/2020) ໄດ້ໝູນວຽນມາບັນຈົບຄົບຮອບຕາມວັດຕະຈັກ ແລະ ປະຫວັດສາດຂອງຊາດລາວເຮົາຢ່າງມີຄວາມໝາຍ. ພວກເຮົາເຫລົ່າສື່ມວນຊົນ ກໍຄືນັກສື່ມວນຊົນທັງຫລາຍຕ່າງກໍມີຄວາມພາກພູມໃຈຢ່າງສຸດຊຶ້ງທີ່ມີວັນປະຫວັດສາດຂອງຕົນ. ຕໍ່ວັນປະຫວັດສາດດັ່ງກ່າວ, ສຸດທີ່ມີຄວາມໝາຍ ແລະ ສຳຄັນຍິ່ງຕໍ່ວົງການສື່ມວນຊົນ ກໍຄືນັກສື່ມວນຊົນລາວທົ່ວປະເທດ ຍ້ອນວ່າກວ່າຈະມາເຖິງວັນນີ້ ສື່ມວນຊົນລາວໄດ້ໂຊກໂຊນເຕີບໃຫຍ່ຂະຫຍາຍຕົວ ແລະ ຜ່ານຜ່າອຸປະສັກນາໆປະການມາແລ້ວຫລາຍຕໍ່ຫລາຍ. ອາດເວົ້າໄດ້ວ່າ ໃນພາລະກຳປະຫວັດສາດຂອງສື່ມວນຊົນລາວເຮົາໃນຜ່ານມາ ໄດ້ຜ່ານພົ້ນໄລຍະປະຫວັດສາດມາສອງສະໄໝຄື: ອັນທີໜຶ່ງ ແມ່ນໄລຍະການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານເອີ້ນວ່າ ການປະຕິວັດຊາດປະຊາທິປະໄຕ ນັບແຕ່ຍຸກແນວລາວອິດສະຫລະ, ມາໃສ່ແນວລາວຮັກຊາດ ຈົນມາເຖິງປີ 1975. ສ່ວນໄລຍະທີສອງແມ່ນການປົກປັກຮັກສາ ແລະ ສ້າງສາປະເທດຊາດນັບແຕ່ປີ 1975 ຈົນມາເຖິງປັດຈຸບັນ.
ໃນໄລຍະທີໜຶ່ງນັ້ນ ເຖິງວ່າປະເທດຊາດຂອງພວກເຮົາຕົກໃນຊາຕາກຳກັບບັນຫາສົງຄາມຮຸກຮານແກ່ຍາວມາເປັນເວລາຫລາຍສິບປີ ອັນໄດ້ແກ່ສົງຄາມຕ້ານການຮຸກຮານຂອງຈັກກະພັດຝຣັ່ງມາຕໍ່ໃສ່ອາເມລິກາ. ສື່ມວນຊົນ ກໍຄືນັກສື່ມວນຊົນລາວໄດ້ກຳເນີດເຕີບໃຫຍ່ ແລະ ຂະຫຍາຍຕົວໃນຂະບວນການປະຕິວັດ. ການປາກົດຕົວຂອງສື່ມວນຊົນ ແລະ ນັກສື່ມວນຊົນແມ່ນສະແດງອອກໃຫ້ເຫັນຢ່າງຈະແຈ້ງໃນການໂຄສະນາຊວນເຊື່ອ ເພື່ອປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າເຂົ້າຮ່ວມການປະຕິວັດ, ຕໍ່ຈາກນັ້ນກໍເລີ່ມມີໃບຂ່າວ, ກ້າວໄປເຖິງມີໜັງສືພິມແນວລາວອິດສະຫລະ, ປ່ຽນມາເປັນໜັງສືພິມແນວລາວຮັກຊາດ ແລະ ມີວິທະຍຸກະຈາຍສຽງຂອງແນວລາວຮັກຊາດ. ນັບທັງມີສຳນັກພິມແນວລາວຮັກຊາດໄດ້ພ້ອມ ເຮັດໜ້າທີ່ຂອງຕົນຕາມພາລະກຳປະຫວັດສາດທີ່ການປະຕິວັດ ກໍຄືຊາດ ແລະ ປະຊາຊົນມອບໝາຍໃຫ້. ບັນດານັກສື່ມວນຊົນລາວໃນສະໄໝນັ້ນກວ່າຈະໄດ້ຂ່າວຄາວ, ບົດຄວາມ, ບົດວິເຄາະວິຈານມາອອກໃນໜັງສືພິມ ຫລື ລາຍການວິທະຍຸກະຈາຍສຽງຕ້ອງໄດ້ຜ່ານສະໝໍລະພູມອັນເດັດດ່ຽວຂ້ຽວຂາດ, ກາຍເປັນນັກຮົບປະຕິວັດ, ທັງສູ້ຮົບ, ທັງບັນທຶກຂ່າວຄາວຈາກເຫດການຕ່າງໆໃນຂະບວນການຕໍ່ສູ້ຢ່າງທໍລະຫົດອົດທົນ ແລະ ຂ້ຽວຂາດສ່ຽງເປັນສ່ຽງຕາຍ, ບາງສະຫາຍນັກຂ່າວກໍໄດ້ເສຍສະຫລະຊີວິດໃນສະໜາມຮົບທີ່ດຸເດືອດ. ເພາະສະນັ້ນ ຈຶ່ງເວົ້າໄດ້ວ່າບົດຂ່າວຄາວທີ່ໄດ້ຖ່າຍທອດມາຈາກພຶດຕິກຳຕົວຈິງລ້ວນແລ້ວແຕ່ສ່ອງແສງເຖິງໂທດກຳຂອງຈັກກະພັດຜູ້ຮຸກຮານ, ແມ່ນມູນເຊື້ອແຫ່ງວິລະກຳອັນລ້ຳເລີດຂອງສື່ມວນຊົນ ກໍຄືນັກສື່ມວນຊົນລາວໃນໄລຍະປະຫວັດສາດແຫ່ງການຕໍ່ສູ້ທີ່ລະອິດລະອ້ຽວ.
ພໍຕົກມາໃນຍຸກປົກປັກຮັກສາ ແລະ ສ້າງສາປະເທດຊາດ ສື່ມວນຊົນ ກໍຄືນັກສື່ມວນຊົນລາວເຮົາຍິ່ງມີການພັດທະນາໃຫ້ເຕີບໃຫຍ່ ແລະ ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ. ສຳນັກພິມ, ສຳນັກງານອົງການ, ພື້ນຖານວັດຖຸເຕັກນິກ ຕະຫລອດວາລະສານ, ໜັງສືພິມ ແລະ ການພິມຈຳໜ່າຍໄດ້ເພີ່ມຂຶ້ນຕິກໆ, ຈຳນວນວິທະຍຸກະຈາຍສຽງກໍເພີ່ມຂຶ້ນໃນແຕ່ລະໄລຍະ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ. ສະຖານີໂທລະພາບກໍມີແຕ່ຂັ້ນສູນກາງລົງຮອດຂັ້ນແຂວງ, ກຳແພງນະຄອນ, ນັກສື່ມວນຊົນກໍໄດ້ເພີ່ມຂຶ້ນ, ພາຫະນະຮັບໃຊ້, ວັດຖຸອຸປະກອນ ນັບທັງລະບົບເຕັກນິກວິທະຍາການກໍໄດ້ຮັບການປັບປຸງປ່ຽນແປງໄປຕາມກະແສການພັດທະນາຢ່າງວ່ອງໄວ. ປາກົດການທີ່ເຫັນໄດ້ຢ່າງຊັດເຈນກໍຄືຈາກການນຳໃຊ້ລະບົບອານາລົກກາຍມາເປັນດີຈີຕອນ, ຈາກສື່ເກົ່າກ້າວມາເປັນສື່ໃໝ່ດັ່ງສື່ອອນລາຍທີ່ພວມມາແຮງແຊງໜັງສືພິມ ແລະ ວາລະສານຕ່າງໆຢ່າງວ່ອງໄວທັນໃຈນັ້ນເອງ.
ແນວໃດກໍຕາມ, ອີງໃສ່ການປ່ຽນແປງຂອງໂລກກໍຄືການປ່ຽນແປງຂອງລະບົບສື່ໃນຍຸກໃໝ່ທັນສະໄໝເຫັນວ່າວົງການສື່ມວນຊົນ ກໍຄືນັກສື່ມວນຊົນລາວເຮົາຕ້ອງໄດ້ພັດທະນາຕົນເອງໃຫ້ກ້າວໄກຢ່າງໂດດເດັ່ນ. ສິ່ງສຳຄັນທີ່ຍັງດ້ອຍພັດທະນາສຳລັບບ້ານເຮົາໃນສະພາບປັດຈຸບັນ ກໍຄືບັນຫາເລື່ອງເສດຖະກິດ, ງົບ, ເລື່ອງເງິນ, ໝາຍເຖິງກອງທຶນ ຫລື ງົບປະມານທີ່ໃຊ້ເຂົ້າໃນການພັດທະນາສື່ໃຫ້ທັນສະໄໝຢ່າງກ້າວໄປ. ອັນສອງມາກໍແມ່ນສ້າງບຸກຄະລາກອນທີ່ເກັ່ງ, ມີຄວາມຮູ້, ຄວາມສາມາດ, ມີຄວາມຊຳນານທີ່ແນ່ນອນ ເພື່ອຮັບຮອງກັບສະພາບການປ່ຽນແປງໃໝ່ຂອງສື່ທີ່ພວມມີການພັດທະນາໄປຢ່າງບໍ່ຢຸດຢັ້ງ. ອັນສາມແມ່ນການພັດທະນາແຫລ່ງຂ່າວຕ້ອງວ່ອງໄວທັນການ ຈຶ່ງຈະສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່. ບໍ່ຄວນລໍຖ້າແຕ່ຄຳສັ່ງ, ລໍຖ້າແຕ່ງົບ, ແຕ່ເງິນ, ນ້ຳບໍ່ຍ້ອຍຫອຍກໍບໍ່ໄຕ່ ເພາະວຽກສື່ມວນຊົນມັນຕ້ອງມີການບໍລິຫານຈັດການໄວ້ລ່ວງໜ້າຢູ່ແລ້ວ. ໝາຍວ່າຕ້ອງມີເງິນ, ມີງົບສຸກເສີນ ເພື່ອກຽມຮັບໃຊ້ພາວະສຸກເສີນ ບໍ່ວ່າໃນສະໄໝສົງຄາມ ກໍຄືສະໄໝສັນຕິພາບ. ອັນສຳຄັນທີ່ສຸດແມ່ນການຕອບຕ້ານ-ຕອບໂຕ້ສິ່ງທ້າທາຍໃໝ່, ກະແສຂ່າວທີ່ຕ້ານກັບ ສປປ ລາວ ໃນແຕ່ລະວັນທີ່ນັບມື້ຮຸນແຮງ ນັບທັງບັນຫາແຫລ່ງຂ່າວທີ່ອັນພາໃຫ້ຄົນເຮົາຫລົງໄຫລໃນສົງຄາມຈິດຕະສາດທີ່ມາກົດໜ່ວງຄວາມຈະເລີນຂອງຊາດບ້ານເມືອງ.
ເຖິງຢ່າງໃດກໍດີ, ດ້ວຍເງື່ອນໄຂໃໝ່ໃນການພັດທະນາສື່ໃຫ້ທັນກັບການຂະຫຍາຍຕົວຂອງສັງຄົມ ແລະ ຂອງໂລກ ບຸກຄະລາກອນທາງສື່ເປັນບັນຫາຂໍກຸນແຈທີ່ສຳຄັນໃນການພັດທະນາວົງການສື່ໃນທຸກລະດັບ, ທຸກສາຍວິຊາອາຊີບຂອງຂະແໜງການສື່ມວນຊົນ, ກົງກັນຂ້າມ ຖ້າຄົນເຮົາບໍ່ພ້ອມກັນເຢີກ ເຮັດແທ້ທຳຈິງ ວົງການສື່ມັນກໍອືດອາດປານດຶງຂາເຕົ່າ.

