ກຸ່ມຄົນໃນເຢຍລະມັນຈຳນວນໜຶ່ງຄັດຄ້ານການໃສ່ໜ້າກາກອະນາໄມ

ຂ່າວຈາກ CNN ວັນທີ 2 ສິງຫານີ້ ໃຫ້ຮູ້ວ່າ: ກຸ່ມຕ້ານ ວັກຊີນ, ຝ່າຍຊ້າຍ ແລະ ກຸ່ມຟາດຊິດແບບໃໝ່ ໄດ້ພາກັນເດີນປະທ້ວງຕໍ່ຕ້ານຂໍ້ກຳນົດຂອງລັດຖະບານ ພາຍໃຕ້ຫົວຂໍ້ທີ່ວ່າ “ວັນເສລີ ເປັນວັນຕາຍຂອງ ພະຍາດລະບາດ”.

ໜັງສືພິມ Guardian ຂອງອັງກິດ ໃຫ້ຮູ້ວ່າ: ຜູ້ປະທ້ວງໄດ້ຕຳນິວິຈານ ແລະ ຕິຕຽນຂໍ້ກຳນົດໃຫ້ທຸກຄົນຕ້ອງໃສ່ໜ້າກາກອະນາໄມນັ້ນວ່າ:ມັນເປັນການຈຳກັດສິດທິເສລີພາບຂອງພວກເຂົາ.

ຜູ້ປະທ້ວງຄົນໜຶ່ງຕອບສຳພາດໜັງສືພິມ Guardianວ່າ: “ຄຳຮຽກຮ້ອງຂອງພວກເຮົາແມ່ນງ່າຍດາຍພຽງແຕ່ໃຫ້ກັບຄືນໄປສູ່ປະຊາທິປະໄຕເທົ່ານັ້ນ, ຊຶ່ງບໍ່ໃຫ້ພວກເຮົາຕ້ອງຍອມຮັບເອົາຂໍ້ກຳນົດດັ່ງກ່າວ, ບໍ່ຕ້ອງໃຫ້ພວກເຮົາຕ້ອງເປັນທາດຂອງຜ້າອັດປາກ-ດັງ”.

ເຈົ້າໜ້າທີ່ທາງການຂອງເຢຍລະມັນໃຫ້ຮູ້ວ່າ: ການບໍ່ປະຕິບັດໄລຍະຫ່າງ ທາງສັງຄົມ ກໍຄືການກັບຄືນມາຂອງນັກທ່ອງທ່ຽວຈາກຕ່າງປະເທດນັ້ນເປັນຕົ້ນເຫດເຮັດໃຫ້ມີກໍລະນີຕິດເຊື້ອເພີ່ມສູງຂຶ້ນ.

ຂ່າວ: ລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ