Microsoft ຢືນຢັນການເຈລະຈາເຂົ້າຊື້ TikTok ຢູ່ອາເມລິກາ ແລະ ອີກຫລາຍປະເທດ

Microsoft ຢືນຢັນການເຈລະຈາເຂົ້າຊື້ TikTok ຢູ່ອາເມລິກາ ແລະ ອີກຫລາຍປະເທດ ຫລັງຈາກການຫາລືກັນລະຫວ່າງ Satya Nadella ເຊິ່ງເປັນ CEO ຂອງ Microsoft ແລະ ປະທານາທິບໍດີ ໂດນັລ ທຣຳ.
ການເຈລະຈາຈະດຳເນີນໄປຢ່າງວ່ອງໄວພາຍໃນບໍ່ເທົ່າໃດອາທິດ ແລະ ຄາດວ່າຈະດຳເນີນສຳເລັດພາຍໃນວັນທີ 15 ກັນຍານີ້.
ຂໍ້ຕົກລົງດັ່ງກ່າວຈະເຮັດໃຫ້ Microsoft ກາຍເປັນເຈົ້າຂອງແອັບ TikTok ຢ່າງສົມບູນພາຍໃນອາເມລິກາ, ການາດາ, ອົດສະຕຣາລີ ແລະ ນິວຊີແລນ. ຂະນະທີ່ Mcirosoft ກ່າວວ່າ: ພວກເຂົາຈະເຊີນນັກລົງທຶນຊາວອາເມລິກາໃຫ້ມາເປັນຜູ້ຖືຫຸ້ນລາຍຍ່ອຍຂອງແອັບພລິເຄຊັນ ເຊິ່ງຢູ່ປະເທດອື່ນໆເປັນເຈົ້າຂອງໂດຍ ByteDance Ltd. ໜຶ່ງໃນບໍລິສັດທາງດ້ານເຕັກໂນໂລຊີລາຍໃຫຍ່ທີ່ສຸດຂອງຈີນ.
ນອກຈາກນີ້ Microsoft ຍັງສັນຍາວ່າ ພວກເຂົາຈະເພີ່ມຄວາມປອດໄພ ແລະ ຄວາມເປັນສ່ວນຕົວໃນການໃຊ້ງານ TikTok ແລະ ຈະເຮັດໃຫ້ໝັ້ນໃຈວ່າ ຂໍ້ມູນສ່ວນຕົວຂອງຊາວອາເມລິກາຈະຖືກໂອນກັບມາອາເມລິກາ ແລະ ຖືກລຶບອອກຈາກບ່ອນອື່ນໆພາຍນອກປະເທດ.
ເຖິງຢ່າງໃດກໍຕາມ, ByteDance Ltd. ຍັງບໍ່ໄດ້ອອກມາຕອບສະໜອງໃດໆຕໍ່ການຮ້ອງຂໍຄວາມຄິດເຫັນຂອງພວກເຂົາ. ຂະນະທີ່ມີຂ່າວຫລ້າສຸດອອກມາວ່າ: ພວກເຂົາອາດເຕັມໃຈຈະປົດ TikTok ອອກຈາກອາເມລິກາ ຫລາຍກວ່າການຂາຍກິດຈະການໃນຫລາຍປະເທດໃຫ້ແກ່ Microsoft.
ທ້າຍອາທິດຜ່ານມາ, Michael Pompeo ລັດຖະມົນຕີກະຊວງຕ່າງປະເທດຂອງອາເມລິກາ ກ່າວວ່າ: ຝ່າຍບໍລິຫານຂອງ ທຣຳ ຈະປະກາດມາດຕະການຕໍ່ຕ້ານຢ່າງຮຸນແຮງຕໍ່ຊັອບແວຂອງຈີນທີ່ທ່ານຮູ້ສຶກວ່າຈະກໍ່ໃຫ້ເກີດຄວາມສ່ຽງກ່ຽວກັບຄວາມໝັ້ນຄົງແຫ່ງຊາດຂອງອາເມລິກາ.
TikTok ໄດ້ກາຍເປັນ 1 ໃນແອັບທີ່ໄດ້ຮັບຄວາມນິຍົມສູງທີ່ສຸດໃນໂລກ ໂດຍມີຍອດດາວໂຫລດຫລາຍກວ່າ 1.000 ລ້ານຄັ້ງຈາກທົ່ວທຸກມຸມໂລກ ແລະ ຫລາຍກວ່າ 165 ລ້ານຄັ້ງຢູ່ອາເມລິກາ. ນອກຈາກນີ້ ພວກເຂົາຍັງມີການຈ້າງວຽກຊາວອາເມລິກາເກືອບ 1.000 ຄົນພາຍໃນປີນີ້ ລວມທັງແຜນການທີ່ຈະຈ້າງພະນັກງານເງິນເດືອນສູງເພີ່ມອີກ 10.000 ຄົນ.

