ຈີນອອກຄຳເຕືອນສີຟ້າ ໄຕ້ຝຸ່ນ “ຊິນລາກູ” ຝົນຕົກທາງຕອນໃຕ້ຍາວຈົນຮອດວັນທີ 6 ສິງຫາ

ວັນທີ 3 ສິງຫາ, ຫໍສັງເກດການແຫ່ງຊາດຂອງຈີນ ອອກຄຳເຕືອນພາຍຸໄຕ້ຝຸ່ນຊິນລາກູ ລະດັບສີຟ້າ ໃນວັນທີ 1 ສິງຫາຜ່ານມາ ເຊິ່ງອິດທິພົນຂອງໄຕ້ຝຸ່ນຫົວນີ້ເຮັດໃຫ້ເກີດລົມພາຍຸ ແລະ ຝົນຕົກໜັກໃນບໍລິເວນຕອນໃຕ້ຂອງຈີນ.
ຂະນະທີ່ສູນອຸຕຸນິຍົມວິທະຍາແຫ່ງຊາດຂອງຈີນ ລະບຸວ່າ: ພາຍຸໄຕ້ຝຸ່ນຫົວທີ 3 ຂອງປີຫົວນີ້ ກໍ່ຕົວຮຸນແຮງຂຶ້ນຈາກພາຍຸເຂດຮ້ອນໃນຕອນບ່າຍວັນທີ 1 ສິງຫາ ພັດຜ່ານນ່ານນ້ຳບໍລິເວນແຄມຝັ່ງທາງຕອນໃຕ້ຂອງເມືອງຊານຢາ ມົນຫົນໄຫ່ໜານທາງຕອນໃຕ້ຂອງຈີນ ກ່ອນຈະມຸ່ງໜ້າໄປອ່າວເປີຍປູ້.
ສູນດັ່ງກ່າວ ລະບຸວ່າ: ພາຍຸໄຕ້ຝຸ່ນຈະເຄື່ອນທີ່ໄປທາງຕາເວັນຕົກສຽງເໜືອຢ່າງຕໍ່ເນື່ອງດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ແລະ ເຮັດໃຫ້ເກີດດິນເຈື່ອນຢູ່ບໍລິເວນແຄມຝັ່ງຕອນເໜືອຂອງຫວຽດນາມໃນຕອນບ່າຍວັນທີ 2 ສິງຫາຜ່ານມາ, ຈາກນັ້ນຈະເລີ່ມອ່ອນກຳລັງລົງ.
ຂະນະດຽວກັນ, ສູນດັ່ງກ່າວເຕືອນວ່າ: ພາຍຸເຂດຮ້ອນອີກຫົວໜຶ່ງທີ່ຢູ່ທາງຕາເວັນອອກສຽງໃຕ້ຂອງມົນທົນເຈີຈຽງໃນປັດຈຸບັນ ມີທ່າອ່ຽງເຄື່ອນທີ່ໄປທາງຕາເວັນຕົກສຽງເໜືອດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ແລະ ກໍ່ຕົວເປັນໄຕ້ຝຸ່ນຫົວທີ 4 ພາຍໃນເວລາ 24 ຊົ່ວໂມງ.
ສູນດັ່ງກ່າວຄາດວ່າພາຍຸໄຕ້ຝຸ່ນຫົວທີ 4 ຈະພັດຂຶ້ນບໍລິເວນແຄມຝັ່ງຂອງເຈີຈຽງ ແລະ ຝູຈ້ຽນໃນຄືນວັນທີ 3 ສິງຫາ ກ່ອນຈະອ່ອນກໍາລັງລົງໃນອີກບໍ່ດົນ
ນັບແຕ່ແລງວັນທີ 2 ສິງຫາ ຫາແລງວັນທີ 3 ສິງຫາ ພາຍຸພັດຖະຫລົ່ມຊ່ອງແຄບຍົງໂຈ, ອ່າວເປີຍປູ້, ພື້ນທີ່ບາງສ່ວນຂອງທະເລຈີນຕາເວັນອອກ ແລະ ທະເລຈີນໃຕ້ ລວມທັງພື້ນທີ່ທະເລບາງແຫ່ງໃກ້ເກາະໄຕ້ຫວັນ, ເກາະຊີຊາ, ໄຫ່ໜານ, ກວາງຕົງ ແລະ ກວາງຊີ.
ໃນໄລຍະເວລາດຽວກັນ ເກາະຊີຊາ ແລະ ພື້ນທີ່ບາງສ່ວນຂອງໄຫ່ໜານ, ກວາງຕົງ ແລະ ກວາງຊີ ຈະຜະເຊີນຝົນຕົກໜັກ ແລະ ມີປະລິມານຝົນເຖິງ 150 ມິນລີແມັດໃນບາງພື້ນທີ່.
ກະຊວງແກ້ໄຂເຫດສຸກເສີນ ກຳລັງຊ່ວຍເຫລືອບັນເທົາສາທາລະນະໄພອັນເນື່ອງມາຈາກພາຍຸໄຕ້ຝຸ່ນຊິນລາກູ ແລະ ເຜີຍວ່າ: ພາຍຸຝົນໃນຕອນໃຕ້ຂອງຈີນອາດດຳເນີນຕໍ່ໄປຈົນຮອດວັນທີ 6 ສິງຫາ ແລະ ສົ່ງຜົນກະທົບຕໍ່ສ່ວນອື່ນໆຂອງປະເທດ.
ສ່ວນກະຊວງກະຕຸ້ນໃຫ້ໜ່ວຍງານທ້ອງຖິ່ນ ໃຫ້ຄວາມສົນໃຈຕໍ່ວຽກປ້ອງກັນນ້ຳຖ້ວມ ແລະ ພາຍຸໄຕ້ຝຸ່ນຢ່າງແຂງແຮງ, ຈັດລະບົບການເຝົ້າລະວັງ ແລະ ເຕືອນໄພລ່ວງໜ້າໃຫ້ດີຂຶ້ນ ກຽມຄວາມພ້ອມສຳລັບການຍ້າຍຖິ່ນຖານຜູ້ປະສົບໄພ ແລະ ອັດຊ່ອງວ່າງດ້ານຄວາມປອດໄພເພື່ອປົກປ້ອງຊີວິດປະຊາຊົນ.
ທັງນີ້ ຈີນມີລະບົບແຈ້ງເຕືອນສະພາບອາກາດແບ່ງອອກເປັນ 4 ສີ ໂດຍສີແດງ ໝາຍເຖິງສະພາບອາກາດຮ້າຍແຮງທີ່ສຸດ, ຮອງລົງມາຄືສີສົ້ມ, ສີເຫລືອງ ແລະ ສີຟ້າ.

