ຄີມຈອງອູນ ສັ່ງເຂັ້ມຫ້າມໄປໃກ້ຊາຍແດນ

ຜູ້ນຳເກົາຫຼີເໜືອ ຮຽກຮ້ອງມາຍັງປະຊາຊົນທີ່ດຳລົງຊີວິດຢູ່ໃກ້ກັບຊາຍແດນ ບໍ່ໃຫ້ຂ້າມໄປມາເດັດຂາດ ແລະ ຈະຕ້ອງປະຕິບັດມາດຕະການທີ່ເຄັ່ງຄັດ.

ຄຳສັ່ງດັ່ງກ່າວມີຂຶ້ນພາຍຫຼັງມີຂ່າວວ່າ ມີຜູ້ຊາຍຄົນໜຶ່ງຢູ່ເກົາຫຼີໃຕ້ ໄດ້ລັກລອບຂ້າມຊາຍແດນເຂົ້າໄປໃນເກົາຫຼີເໜືອໃນເດືອນກໍລະກົດທີ່ຜ່ານມາ.

ທາງການເກົາຫຼີເໜືອໄດ້ຈັດຕັ້ງຈຸກວດກາ 40 ຈຸດໃໝ່ອີກ ເພື່ອຄວບຄຸມການເຂົ້າອອກຂອງລົດໂດຍສານລະຫວ່າງຕົວເມືອງຕ່າງໆ ແລະ ປິດປະຕູເມືອງ ແຄຊອງ ທີ່ຢູ່ໃກ້ກັບຊາຍແດນຂອງເກົາຫຼີໃຕ້ ພາຍຫຼັງມີຄົນຈາກເກົາຫຼີໃຕ້ໄດ້ລັກລອບເຂົ້າມາໃນເກົາຫຼີເໜືອໃນຫວ່າງເດືອນກໍລະກົດທີ່ຜ່ານມາ.

ຂ່າວ: ລູກເມືອງພວນ

(ແຫຼ່ງຂ່າວ vietnamnet)