ເປັນຫຍັງ ຄົນທຸກຈຶ່ງເຂົ້າຄຸກງ່າຍກວ່າຄົນລວຍ ?

ເປັນຫຍັງຄຸກຈຶ່ງມີແຕ່ຄົນທຸກ ເປັນຫຍັງຄົນລວຍຈຶ່ງມັກຈະຫລຸດພົ້ນຄວາມຜິດ ແລະ ເປັນຫຍັງຂະບວນການຍຸຕິທຳບໍ່ຍຸຕິທຳ ?
- ຄຳກ່າວທີ່ວ່າ: “ຄຸກມີໄວ້ຂັງຄົນທຸກ” ບໍ່ໄດ້ຈຳກັດຢູ່ສະເພາະປະເທດໃດປະເທດໜຶ່ງ ແຕ່ເປັນສິ່ງທີ່ເກີດຂຶ້ນທົ່ວໂລກ ເຖິງວ່າຈະບໍ່ເອີ້ນວ່າເປັນຂໍ້ມູນຄວາມຈິງ ແຕ່ເປັນເລື່ອງທີ່ເກີດຂຶ້ນແທ້ໆທົ່ວໂລກ.
- ບໍ່ໄດ້ໝາຍຄວາມວ່າ ຄົນລວຍເຮັດຜິດແລ້ວລອດຄຸກ ແຕ່ເພາະຄົນລວຍມີໂອກາດເຮັດຄວາມຜິດໜ້ອຍກວ່າຄົນທຸກ ຄວາມຜິດຕາມກົດໝາຍທີ່ຄົນທຸກໄດ້ກະທຳ ບໍ່ແມ່ນເພາະພວກເຂົາເປັນຄົນບໍ່ດີ ແຕ່ເພາະລະບົບໃນສັງຄົມມັນບໍ່ດີ ນີ້ຄືປາກົດການທີ່ເອີ້ນວ່າ: criminalization of poverty ຫລື ການເຮັດໃຫ້ຄົນທຸກເປັນອາດຊະຍາກຳ.
- ຕົວຢ່າງຢູ່ອາເມລິກາ ມີລາຍງານໂດຍສະຖາບັນ Brokings Institution ພົບວ່າ ເດັກຜູ້ຊາຍທີ່ເກີດໃນຄອບຄົວທຸກທີ່ສຸດ 10% ມີໂອກາດຈະຕິດຄຸກຫລາຍກວ່າເດັກໃນຄອບຄົວລວຍທີ່ສຸດ 10% ສູງເຖິງ 20 ເທົ່າ ໂດຍຈະຕິດຄຸກໃນຊ່ວງໃດກໍໄດ້ກ່ອນອາຍຸຮອດ 30 ປີ.
- ຈາກຂໍ້ມູນຂອງ Prison Policy Initiative ພົບວ່າ ຄົນທີ່ເຂົ້າຄຸກມີລາຍໄດ້ສະເລ່ຍ 19,18 ໂດລາສະຫະລັດຕໍ່ປີ ຫລື -41% ໜ້ອຍກວ່າຄົນໃນກຸ່ມອາຍຸດຽວກັນ. ໝາຍຄວາມວ່ານັກໂທດຄືກຸ່ມຄົນທີ່ທຸກທີ່ສຸດໃນສັງຄົມ.
- ອົງກອນ Equal justice under law ເຊິ່ງຕໍ່ສູ້ເພື່ອຄວາມເທົ່າທຽມກັນທາງກົດໝາຍຂອງຄົນຊົນຊັ້ນຕ່າງໆ ຈຶ່ງກ່າວວ່າ: “ຄົນທີ່ປະສົບກັບຄວາມທຸກຍາກມີຄວາມສ່ຽງສູງຈະຖືກຈັບກຸມ ແລະ ຖືກຈອງຈຳ ເພາະຄວາມຜິດເລັກໜ້ອຍ ຫລາຍກວ່າຄົນອາເມລິກາທີ່ມີຢູ່ມີກິນຫລາຍກວ່າ”.
- ບັນຫາເລື່ອງ “ລວຍກະຈຸກ ຈົນກະຈາຍ” ເປັນສາເຫດໜຶ່ງທີ່ບີບໃຫ້ຄົນອາເມລິກາທີ່ທຸກຍາກຕ້ອງເຮັດຜິດກົດໝາຍ. ໃນລາຍງານພິເສດແຫ່ງສະຫະປະຊາຊາດວ່າດ້ວຍຄວາມທຸກຍາກ ແລະ ສິດທິມະນຸດໄດ້ຂໍ້ສະຫລຸບໃນລາຍງານຫລ້າສຸດວ່າ: ອາເມລິກາ “ເປັນຜູ້ນຳຂອງໂລກທີ່ພັດທະນາແລ້ວໃນເລື່ອງຄວາມບໍ່ເທົ່າທຽມຂອງລາຍໄດ້ ແລະ ຄວາມໝັ້ນຄົງ ແລະ ຕອນນີ້ ອາເມລິກາຍິ່ງເຮັດໃຫ້ປະຊາຊົນຕົນເອງເກີດຄວາມບໍ່ເທົ່າທຽມກັນໜັກຂຶ້ນ”.
- ການບັງຄັບໃຊ້ກົດໝາຍທີ່ເຂັ້ມງວດເກີນໄປເປັນສາເຫດທີ່ຕິດຕາມມາ ຢູ່ອາເມລິກາ. ຍົກຕົວຢ່າງ: ຄວາມຜິດຫຸໂທດ (ໂທດເບົາ) ເຊັ່ນ: ເຈົ້າຂອງລົດທີ່ເປັນຄົນທຸກຕ້ອງອາໄສລົດໃນການເຮັດຢູ່ຫາກິນ ຕໍ່ມາໄຟຕາທ້າຍເພ ແຕ່ລາວບໍ່ມີເງິນປ່ຽນ ເຮັດໃຫ້ລາວຖືກປັບໄໝ (ດ້ວຍຄ່າປັບທີ່ເພີ່ມຂຶ້ນໃນຫລາຍລັດ) ແຕ່ເພາະລາວທຸກຈຶ່ງບໍ່ມີເງິນຈ່າຍຄ່າປັບໄໝ ເຮັດໃຫ້ຕ້ອງຖືກຍຶດໃບຂັບຂີ່.
- ຄົນອາເມລິກາທີ່ທຸກຍາກເມື່ອຖືກຍຶດໃບຂັບຂີ່ກໍຫາກິນບໍ່ໄດ້ ເຮັດໃຫ້ຖືກບີບໃຫ້ຕ້ອງເລືອກວ່າຈະຕ້ອງຫາວຽກໃໝ່ ຫລື ສ່ຽງຂັບລົດຕໍ່ໄປໂດຍບໍ່ມີໃບຂັບຂີ່ ແຕ່ຖ້າຖືກຈັບຈະຕ້ອງຕິດຄຸກ. ນີ້ຄືສະຖານະການທີ່ກົດໝາຍບີບບັງຄັບໃຫ້ຄົນທຸກຕ້ອງເຮັດຜິດກົດໝາຍ ແລະ ເປັນສາເຫດວ່າເປັນຫຍັງ ອາເມລິກາຈຶ່ງມີຕົວເລກນັກໂທດສູງທີ່ສຸດໃນໂລກ.
- ຢູ່ອາເມລິກາຍັງມີຄວາມຮ້າຍແຮງເລື່ອງໜຶ່ງ ຄືການຮ່ວມມືກັນລະຫວ່າງນັກການເມືອງ ແລະ ທຸລະກິດດ້ານຄວາມປອດໄພຜ່ານອົງກອນ ALEC ກຸ່ມນັກການເມືອງຈະອອກກົດໝາຍທີ່ເອື້ອອຳນວຍຕໍ່ທຸລະກິດກຸ່ມນີ້ ເຊິ່ງຮັບສຳປະທານເບິ່ງແຍງຄຸກ. ກົດໝາຍຢູ່ອາເມລິກາສ້າງອອກມາເພື່ອຈັບຄົນເຮັດຜິດເຂົ້າຄຸກໃຫ້ຫລາຍທີ່ສຸດ ເຖິງວ່າຈະເປັນໂທດເລັກໆນ້ອຍໆກໍບໍ່ເວັ້ນ.
- ຜົນກໍຄື ອາເມລິກາເຕັມໄປດ້ວຍຄຸກ ແລະ ຄຸກເຕັມໄປດ້ວຍນັກໂທດ ແລະ ສ່ວນຫລາຍຄືຄົນທຸກທີ່ຖືກບີບໃຫ້ເຮັດຄວາມຜິດ (ແນ່ນອນວ່າມີຄົນເຮັດຜິດໂດຍສັນດານຢູ່ນຳ) ແຕ່ຜູ້ທີ່ໄດ້ຮັບປະໂຫຍດຄືທຸລະກິດຄຸກ ແລະ ນັກການເມືອງ. ກໍລະນີນີ້ເອີ້ນວ່າ Prison-industrial complex ຫລື ການພົວພັນລະຫວ່າງຄຸກ ແລະ ອຸດສາຫະກຳ ທີ່ຂະແໜງທຸລະກິດຫາກິນກັບການຈັບຄົນເຂົ້າຄຸກຫລາຍໆ.
- ດັ່ງນັ້ນ ເຮົາຈຶ່ງເຫັນຄວາມພະຍາຍາມທີ່ຈະໃຫ້ລັດຖະບານອາເມລິກາຫລຸດງົບປະມານດ້ານຄຸກລົງ ແລະ ຫລຸດງົບປະມານໃຫ້ຕຳຫລວດ ເພາະຕຳຫລວດມີທ່າອ່ຽງທີ່ຈະລົງໂທດຄົນທຸກຢ່າງຮຸນແຮງ. ຈາກນັ້ນແກ້ໄຂກົດໝາຍທີ່ເປີດຊ່ອງວ່າງທຳຮ້າຍຄົນທຸກ ແລ້ວທຸ້ມງົບປະມານເພື່ອຍົກລະດັບຄຸນນະພາບຊີວິດຄົນທຸກ ໃຫ້ການສຶກສາ ແລະ ໂອກາດໃນຊີວິດ ເພື່ອຈະເຮັດໃຫ້ພວກເຂົາປິດໂອກາດຈະເຮັດຄວາມຜິດເພາະຄວາມທຸກບັງຄັບ.

