ຄະນະກຳມະການອາຊຽນປະຈຳຢູ່ ດາກາ(Dhaka) ແຜ່ປັດໄຈອຸປະກອນການແພດຊ່ວຍເຫຼືອ ບັງກະລາແທດ(Bangladesh) ເພື່ອຕ້ານໂຄວິດ-19

ຂ່າວຈາກສຳນັກຂ່າວສານຂອງຫວຽດນາມວັນທີ 30 ກໍລະກົດນີ້ ໃຫ້ຮູ້ວ່າ: ວັນທີ 29 ກໍລະກົດຜ່ານມານີ້ ໃຫ້ຮູ້ວ່າ: ຄະນະກຳມະການອາຊຽນປະຈຳຢູ່ ດາກາ(ADC)ຊຶ່ງມີຜູ້ຕາງໜ້າ 8 ປະເທດຄື: Brunei, Indonesia, Malaysia, Myanmar, Philippines, Singapore, Thái Lan ແລະViệt Nam ໄດ້ພ້ອມພາກັນແຜ່ປັດໄຈທາງດ້ານການແພດ, ຊຶ່ງລວມມີ: ເຄື່ອງຊ່ວຍຫາຍໃຈ, ຊຸດປ້ອງກັນຂອງແພດ ເພື່ອເອົາໄປຊ່ວຍເຫຼືອໃຫ້ປະເທດ Bangladesh ຕ້ານພະຍາດໂຄວິດ-19.

ເອກອັກຄະລັດຖະທູດຫວຽດນາມ ທ່ານ ຟາມຫວຽດຈຽນ, ປະທານຄະນະກຳມະການ ADC ປະຈຳຢູ່ ບັງກະລາເທດ ພ້ອມກັບເອກອັກຄະລັດຖະທູດໄທ ແລະ ຂ້າຫຼວງໃຫ່ຍຂອງ ບຣູໄນ ຕາງໜ້າໃຫ້ອົງການຕົວແທນຂອງອາຊຽນປະຈຳຢູ່ ດາກາ ໄດ້ມອບອຸປະກອນການແພດໃຫ້ລັດຖະບານ ບັງກະລາເທດ ເພື່ອຕ້ານກັບພະຍາດໂຄວິດ-19.

ຮອງລັດຖະມົນຕີການຕ່າງປະເທດຂອງບັງກະລາເທດ ເປັນຜູ້ຕາງໜ້າລັດຖະບານຮັບ ແລະ ສະແດງຄວາມຂອງໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອດັ່ງກ່າວ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ baoquocte)

 

 

 

 

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ