ມອບ-ຮັບໜ້າທີ່ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງ ແຜນການ ແລະ ການລົງທຶນ

ໃນວັນທີ 31 ກໍລະກົດນີ້ ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດຕັ້ງພິທີມອບ-ຮັບໜ້າທີ່ ຫົວໜ້າສູນສະຖິິຕິແຫ່ງຊາດ, ກະຊວງ ແຜນການ ແລະ ການລົງທຶນ (ມີຖານະທຽບເທົ່າຮອງລັດຖະມົນຕີ) ຢ່າງເປັນທາງການ ລະຫວ່າງ ທ່ານ ສະໃໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ (ຜູ້ເກົ່າ) ທີ່ໄປຮັບໜ້າທີ່ໃໝ່ ຢູ່ສະພາທິດສະດີສູນກາງພັກ ແລະ ທ່ານ ນາງ ພອນສະຫລີ ສຸກສະຫວັດ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ເປັນຫົວໜ້າສູນສະຖິຕິແຫ່ງຊາດຄົນໃໝ່ ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ  ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ພະນັກງານຫລັກແຫລ່ງ ພາຍໃນສູນສະຖິຕິແຫ່ງຊາດ ແລະ ກະຊວງແຜນການ ແລະການລົງທຶນ ເຂົ້າຮ່ວມ.

ເພື່ອເປັນການສືບຕໍ່ປະຕິບັດໜ້າທີ່ການເມືອງຂອງພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ ທັງເຮັດໃຫ້ພາລະກິດປ່ຽນແປງໃໝ່ຮອບ ດ້ານຢ່າງມີຫລັກການຂອງພັກ ມີການຫັນປ່ຽນຢ່າງຕັ້ງໜ້າ ໂດຍສະເພາະແມ່ນວຽກງານເກັບກຳ, ສຳຫລວດສະຖິຕິ, ຄຸ້ມຄອງສະຖິຕິ ຂອງສູນສະຖິຕິແຫ່ງຊາດ ມີບາດກ້າວປ່ຽນແປງໃໝ່ ແລະ ມີຄວາມໜັກແໜ້ນຍິ່ງຂຶ້ນ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ແລະ ມີບາງຄຳເຫັນຕໍ່ພິທີ ເປັນຕົ້ນ ໃຫ້ເພີ່ມທະວີເອົາໃຈໃສ່ ການສຶກສາອົບຮົມການເມືອງແນວຄິດເປັນກົກ, ຍົກສູງຄຸນທາດການເມືອງ ສະມາ ຊິກພັກ ແລະ ພະນັກງານ, ກໍາແໜ້ນແນວທາງນະໂຍບາຍຂອງພັກ,  ລະບຽບກົດໝາຍຂອງລັດ, ພາລະບົດບາດການເຄື່ອນໄຫວວຽກງານ ຂອງສູນສະຖິຕິແຫ່ງຊາດ, ກໍໍ່ຄືຂອງບັນດາກົມ ເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ມີຄວາມເປັນເອກະພາບສູງ, ຍົກສູງແບບແຜນການນໍາພາຂອງພັກ ເພື່ອສໍາເລັດປະຕິບັດໜ້າທີ່ການເມືອງຕາມພາລະບົດບາດ ແລະ ໜ້າທີ່, ຕາມຄວາມຮຽກຮ້ອງການຕ້ອງວຽກງານໃນແຕ່ລະໄລຍະ, ສືບຕໍໍ່ເອົາໃຈໃສ່ຍົກສູງແບບແຜນນໍາພາ ແລະ ແບບແຜນວິທີເຮັດວຽກ ໂດຍເພີ່ມທະວີປະສິດທິຜົນໃນການຄຸ້ມຄອງບໍລິຫານ, ຄຸ້ມຄອງບຸກຄະລາກອນໃຫ້ເປັນເຈົ້າການ ໃນການປະຕິບັດໜ້າທີ່ຂອງຕົນ, ປະຕິບັດຕາມຫລັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ, ມີຄວາມເປັນເອກະພາບພາຍໃນຄະນະພັກ, ໜ່ວຍພັກ, ຮັກສາຄວາມສາມັກຄີທີ່ເປັນປຶກແຜ່ນຢູ່ໃນຖັນແຖວ ສະມາຊິກພັກ-ພະນັກງານ, ເຊິ່ງເປັນມູນເຊື້ອອັນດີງາມຂອງພັກເຮົາໄດ້ຈັດຕັັ້ງປະຕິບັດຕະຫລອດມາ. ສິ່ງສໍາຄັນທີ່ສຸດ ເຮັດວຽກງານຕ້ອງມີການຕິດຕາມກວດກາ ແລະ ເຂັ້ມງວດແຕ່ຫົວທີ, ມີການລາຍງານໃນແຕ່ລະໄລຍະ ແລະ ຖອດຖອນບົດຮຽນ.

ພ້ອມກັນນີ້, ໃຫ້ເອົາໃຈໃສ່ຄົ້ນຄວ້າປັບປຸງໂຄງປະກອບກົງຈັກ ຂອງສູນສະຖິຕິແຫ່ງຊາດສາຍຕັ້ງ ແລະ ສາຍຂວາງຢ່າງມີຫລັກການ ປັບປຸງນິຕິກໍານົດພາລະບົດບາດ, ສິດ ແລະ ໜ້າທີ່ ໃຫ້ສອດຄ່ອງ ແລະ ຕາມທິດກະທັດຮັດ  ເປັນຕົ້ນແມ່ນ ການຈັດຕັ້ງຢູ່ທ້ອງຖິ່ນ ຮັບປະກັນມີຂໍ້ມູນສະຖິຕິຂັ້ນບ້ານເມືອງ ທີ່ຕິດພັນກັບວຽກງານ 3 ສ້າງ. ນອກຈາກນີ້, ອອກແຮງສືບຕໍ່ປະສານສົມທົບກັບກະຊວງ ຂະແໜງການ ໃນການເກັບກຳ, ສັງລວມ, ຜະລິດຂໍ້ມູນສະຖິຕິທາງການ ໃຫ້ເປັນກະພາບ ແລະ ໃຫ້ເປັນສູນລວມຂໍ້ມູນ ຈຸດສູນສະຖິຕິແຫ່ງຊາດ ທີ່ເປັນລະບົບຄົບຊຸດ, ທັນສະໄໝ, ໄດ້ມາດຕະຖານຕາມສາກົນ, ສືບຕໍ່ຮ່ວມມືກັບສາກົນ, ຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ ເພື່ອສະໜັບສະໜູນຍົກລະດັບຄວາມຮູ້ ຄວາມສາມາດວິຊາການ, ງົບປະມານໃຫ້ນັບມື້ນັບດີຂຶ້ນ.