ຫວຽດນາມມີຜູ້ເສຍຊີວິດລາຍທຳອິດຈາກໂຄວິດ-19

ສຳນັກຂ່າວສານຫວຽດນາມ(TTXVN) ອ້າງອີງແຫຼ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມ ວັນທີ 31 ກໍລະກົດນີ້ໃຫ້ຮູ້ວ່າ: ຫວຽດນາມມີຜູ້ເສຍຊີວິດເປັນຄົນທຳອິດຈາກພະຍາດໂຄວິດ-19 ກໍລະນີທີ 428, ເປັນເພດຊາຍ ອາຍຸ 70 ປີ, ທີ່ຢູ່ ເມືອງ ໂຮຍອານ ແຂວງກວາງນາມ.

(ໜັງສືພິມ ລາວພັດທະນາ)

ຜູ້ປ່ວຍຄົນດັ່ງກ່າວມີພະຍາດປະຈຳຕົວຄື: ພະຍາດໄຂ່ຫຼັງ, ລະບົບຖ່າຍເທປັດສະວະ ໄລຍະສູດທ້າຍ, ມີປະຫວັດຄວາມດັນເລືອດສູງ,ພະຍາດຫົວໃຈ, ຂາດເລືອດ ແລະ ປອດອັກເສບ, ເຂົ້ານອນປິ່ນປົວຢູ່ທີ່ໂຮງໝໍ ດານັງ ວັນທີ 9 ກໍລະກົດທີ່ຜ່ານມາ. ຜົນການກວດເລືອດ ເຫັນວ່າຜູ້ກ່ຽວຕິດເຊື້ອໄວຣັດໂຄວິດ-19 ໃນວັນທີ 27 ກໍລະກົດ 2020.

ມາເຖິງເວລາ 10 ໂມງຂອງວັນທີ 31 ກໍລະກົດນີ້, ຫວຽດນາມຢືນຢັນວ່າມີຜູ້ຕິດເຊື້ອສະສົມ 509 ກໍລະນີ  ແລະ ໃນນັ້ນໄດ້ມີຜູ້ເສຍຊີວິດ 1 ຄົນ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ baoquocte)

(ໜັງສືພິມ ລາວພັດທະນາ)

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ