ທຣຳ ສະເໜີເລື່ອນເລືອກຕັ້ງປະທານາທິບໍດີ ແຕ່ຖືກພັກຣີພັບລິກັນໃນສະພາຄອງເກຣດຄັດຄ້ານ

ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ສະເໜີເລື່ອນການເລືອກຕັ້ງໃນເດືອນພະຈິກນີ້ອອກໄປກ່ອນ ເນື່ອງຈາກກັງວົນເລື່ອງການທຸຈະລິດ ແລະ ຜົນການເລືອກຕັ້ງທີ່ບໍ່ຖືກຕ້ອງ ຖ້າໃຊ້ວິທີໂຫວດຜ່ານໄປສະນີທ່າມກາງວິກິດພະຍາດລະບາດ. ເຖິງຢ່າງໃດກໍຕາມ, ຜູ້ນຳຣີພັບລິກັນໃນສະພາຄອງເກຣດຕ່າງປະຕິເສດແນວຄິດດັ່ງກ່າວ.
ທ່ານ ທຣຳ ໂພດຂໍ້ຄວາມສະແດງຄວາມກັງວົນຜ່ານທະວິດເຕີວ່າ: ຖ້າອາເມລິກາເດີນໜ້າຈັດໃຫ້ມີການລົງຄະແນນສຽງຜ່ານທາງໄປສະນີທົ່ວປະເທດ ອາດເຮັດໃຫ້ການເລືອກຕັ້ງຄັ້ງນີ້ໄດ້ຜົນລັບທີ່ບໍ່ຖືກຕ້ອງ ແລະ ຫລອກລວງ ແລະ ຈະສ້າງຄວາມກະດາກໃຈຄັ້ງໃຫຍ່ແກ່ອາເມລິກາ. ດັ່ງນັ້ນ ທ່ານຈຶ່ງສະເໜີໃຫ້ເລື່ອນການເລືອກຕັ້ງປະທານາທິບໍດີອອກໄປກ່ອນ ຈົນກວ່າປະຊາຊົນຈະສາມາດອອກມາໃຊ້ສິດລົງຄະແນນໄດ້ຢ່າງເໝາະສົມ ແລະ ປອດໄພ.
ເຖິງຢ່າງໃດກໍຕາມ, ທ່ານ ມິດ ແມັກຄອນເນລ ຜູ້ນຳສຽງສ່ວນຫລາຍຂອງພັກຣີພັບລິກັນໃນວຸດທິສະພາ ແລະ ທ່ານ ເຄວິນ ແມັກຄາທີ ຜູ້ນຳສຽງສ່ວນໜ້ອຍຂອງຣີພັບລິກັນໃນສະພາຜູ້ແທນລາຊະດອນ ໄດ້ອອກມາປະສານສຽງຄັດຄ້ານແນວຄິດຂອງທ່ານ ທຣຳ.
ທ່ານ ແມັກຄອນເນລ ໃຫ້ສຳພາດຕໍ່ສະຖານີໂທລະພາບ WNKY ໃນເຄນທັກກີວ່າ: ອາເມລິກາ ຍັງບໍ່ເຄີຍເລື່ອນການເລືອກຕັ້ງມາກ່ອນໃນປະຫວັດສາດ ບໍ່ວ່າຈະເປັນໄລຍະເວລາຂອງສົງຄາມ, ວິກິດເສດຖະກິດຕົກຕໍ່າ ຫລື ຕອນທີ່ເກີດສົງຄາມກາງເມືອງ, ສ່ວນຄັ້ງນີ້ ອາເມລິກາຈະຫາທາງຈັດການເລືອກຕັ້ງໃຫ້ສຳເລັດໃນວັນທີ 3 ພະຈິກ ຕາມກຳນົດເກົ່າ.
ຂະນະທີ່ ທ່ານ ລິນເຊ ເກຣແຮມ ສ.ວ ຈາກລັດເຊົາແຄໂຣໄລນາ ເຊິ່ງເປັນພັນທະມິດຂອງທ່ານ ທຣຳ ກໍບໍ່ເຫັນພ້ອມກັບຄວາມຄິດຂອງປະທານາທິບໍດີເຊັ່ນກັນ ໂດຍລະບຸວ່າການເລື່ອນເລືອກຕັ້ງບໍ່ແມ່ນຄວາມຄິດທີ່ດີ.
ທັງນີ້ ໃນຫລາຍລັດຂອງອາເມລິກາຕ້ອງການໃຫ້ປະຊາຊົນລົງຄະແນນຜ່ານໄປສະນີ ເນື່ອງຈາກກັງວົນເລື່ອງການຕິດເຊື້ອ ຖ້າເປີດໜ່ວຍເລືອກຕັ້ງໃຫ້ປະຊາຊົນອອກໄປໃຊ້ສິດຕາມປົກກະຕິ. ຂະນະທີ່ ສະຖານະການການລະບາດຂອງໂຄວິດ-19 ຍັງຮຸນແຮງໃນຫລາຍພື້ນທີ່. ເຖິງຢ່າງໃດກໍຕາມ, ຜ່ານມາທ່ານ ທຣຳ ຢືນຢັນການຄັດຄ້ານມາຕະຫລອດຕໍ່ການລົງຄະແນນດ້ວຍວິທີດັ່ງກ່າວ ໂດຍໃຫ້ເຫດຜົນວ່າອາດນຳໄປສູ່ການທຸຈະລິດເລືອກຕັ້ງຢ່າງກວ້າງຂວາງ.
ເຖິງຢ່າງໃດກໍດີ, ຕາມກົດໝາຍແລ້ວ ການຈະເລື່ອນເລືອກຕັ້ງໄດ້ຕ້ອງຜ່ານຄວາມເຫັນພ້ອມຈາກສະພາຄອງເກຣດເທົ່ານັ້ນ ໂດຍທ່ານ ທຣຳ ບໍ່ມີອຳນາດເລື່ອນການເລືອກຕັ້ງໄດ້ເອງ.

