ທ້າຍອາທິດນີ້ຝົນຍັງສືບຕໍ່ຕົກຢູ່ທົ່ວທຸກພາກຂອງລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນວັນທີ 27-29 ກໍລະກົດນີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະມີກຳລັງອ່ອນຫາປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດເຮົາ, ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ແຕ່ລະພາກ. ຈາກນັ້ນວັນທີ 30 ກໍລະກົດ ຫາ 2 ສິງຫາ ລົມມໍລະສຸມຕາເວັນຕົກສຽງໃຕ້ຈະມີກຳລັງປານກາງຫາແຮງພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງຫາຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອລົງຫາພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດແຮງເປັນບາງໂອກາດ.
ສຳລັບສະພາບອາກາດໃນແຕ່ລະພາກ: ພາກເໜືອດ້ານຕາເວັນອອກ ໃນວັນທີ 27-29 ກໍລະກົດ ມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ຈາກນັ້ນວັນທີ 30 ກໍລະກົດ ຫາ 2 ສິງຫາ ຝົນຍັງຈະສືບຕໍ່ຕົກເປັນບໍລິເວນກວ້າງຕື່ມອີກ. ອຸນຫະພູມຕໍ່າສຸດ 19-21 ອົງສາ ແລະ ສູງສຸດ 31-33 ອົງສາ. ພາກເໜືອດ້ານຕາເວັນຕົກ ໃນວັນທີ 27-30 ກໍລະກົດ ອາກາດຮ້ອນ ແລະ ມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນເປັນບາງໂອກາດຢູ່ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ. ຈາກນັ້ນວັນທີ 31 ກໍລະກົດ – 2 ສິງຫາ ຈະມີຝົນຕົກຫລາຍຂຶ້ນ. ອຸນຫະພູມຕໍ່າສຸດ 21-24 ອົງສາ ແລະ ສູງສຸດ 36-38 ອົງສາ. ພາກກາງ ໃນວັນທີ 27-29 ກໍລະກົດ ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ. ຈາກນັ້ນວັນທີ 30 ກໍລະກົດ – 2 ສິງຫາ ຈະມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງຫາຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕໍ່າສຸດ 25-27 ອົງສາ ແລະ ສູງສຸດ 34-36 ອົງສາ. ສະເພາະແຂວງໄຊສົມບູນ, ເຂດຫລັກ 20, ເມືອງວຽງທອງ ແລະ ເມືອງນາກາຍ ໃນວັນທີ 27 ກໍລະກົດ – 2 ສິງຫາ ຈະມີເຝື້ອປົກຄຸມເປັນສ່ວນຫລາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຫາຕົກປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 17-19 ອົງສາ ແລະ ສູງສຸດ 27-29 ອົງສາ. ພາກໃຕ້ ໃນວັນທີ 27-29 ກໍລະກົດ ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ. ຈາກນັ້ນວັນທີ 30 ກໍລະກົດ – 2 ສິງຫາ ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ອຸນຫະພູມຕໍ່າສຸດ 24-25 ອົງສາ ແລະ ສູງສຸດ 35-36 ອົງສາ. ສະເພາະເຂດພູພຽງບໍລະເວນ ຈະມີເຝື້ອປົກຄຸມເປັນສ່ວນຫລາຍ, ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 13-15 ອົງສາ ແລະ ສູງສຸດ 25-27 ອົງສາ. ສຳລັບຢູ່ນະຄອນຫລວງວຽງຈັນ ໃນວັນທີ 27-30 ກໍລະກົດ ອາກາດຮ້ອນ, ມີເຝື້ອຂະຫຍາຍຕົວຫລາຍຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ. ຈາກນັ້ນວັນທີ 30 ກໍລະກົດ – 2 ສິງຫາ ຈະມີຝົນຕົກປານກາງຫາຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນໃນຕອນບ່າຍຫາຕອນກາງຄືນ. ອຸນຫະພູມຕໍ່າສຸດ 24-26 ອົງສາ ແລະ ສູງສຸດ 33-36 ອົງສາ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງເຕືອນວ່າ: ໃນວັນທີ 29 ກໍລະກົດ – 2 ສິງຫາ ລົມມໍລະສຸມຕາເວັນຕົກສຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ເກີດມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງຫາຕົກໜັກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອລົງຫາພາກກາງ ແລະ ພາກໃຕ້. ດັ່ງນັ້ນ ຈຶ່ງແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກຂັ້ນຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ, ຝົນຕົກສະສົມ ແລະ ຈະມີລົມພັດແຮງທີ່ອາດຈະເກີດນ້ຳຖ້ວມຊຸ ແລະ ດິນເຈື່ອນເກີດຂຶ້ນໄດ້ ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

