ຫວຽດນາມ ສ້າງຕັ້ງ 8 ຄະນະປະຕິບັດງານໂດຍດ່ວນ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຕາມເສັ້ນຊາຍແດນ

ຕອນເຊົ້າວັນທີ 27 ກໍລະກົດ, ກອງບັນຊາການທະຫານປ້ອງກັນຊາຍແດນ ຂອງຫວຽດນາມ ໄດ້ສ້າງຕັ້ງ 8 ຄະນະປະຕິບັດງານໂດຍດ່ວນ ເພື່ອລົງໄປປ້ອງກັນ, ຕິດຕາມ ແລະ ຕ້ານໂລກລະບາດໂຄວິດ-19 ຢູ່ຕາມແນວຊາຍແດນຂອງບັນດາແຂວງ: ລ້າງເຊີນ, ລາຍເຈົາ, ກາວບັ່ງ, ລ່າວກາຍ, ຮ່າຢາງ, ກວາງນິງ, ອານຢາງ ແລະ ໄຕນິງ ທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ.
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນຕີ ຮ່ວາງຊວນຈ໊ຽນ ຮຽກຮ້ອງໃຫ້ບັນດາກົມກອງຕ້ອງຮັກສາລະບຽບວິໄນ, ກຽມພ້ອມສູ້ຮົບ ພິເສດແມ່ນບັນດາຫົວໜ່ວຍປະຈໍາການປ້ອງກັນຕ້ານພະຍາດຂອງກອງບັນຊາການທະຫານທຸກຂັ້ນ ແລະ ຄະນະຊີ້ນໍາປ້ອງກັນຕ້ານພະຍາດ.
ບັນດາກົມກອງທີ່ປະຕິບັດການເວນຍາມຢູ່ຕາມເສັ້ນຊາຍແດນ ຕ້ອງຄວບຄຸມດ່ານຊາຍແດນໃຫ້ເຂັ້ມງວດ, ຄວບຄຸມການເຂົ້າອອກດ່ານທ້ອງຖິ່ນ, ດ່ານປະເພນີ ໃຫ້ລະອຽດ, ຈັດຕັ້ງການລາດຕະເວນ, ຄວບຄຸມຢູ່ຕາມເຂດຊາຍແດນ. ກຽມພ້ອມແຜນການເພີ່ມທະວີກໍາລັງໃຫ້ແກ່ບັນດາດ່ານຊາຍແດນ ເພື່ອປະຕິບັດໜ້າທີ່ໃຫ້ໄດ້ຮັບຜົນດີ.
ຄະນະຊີ້ນໍາປ້ອງກັນຕ້ານພະຍາດໂຄວິດ-19 ກອງບັນຊາການທະຫານຊາຍແດນ ໃຫ້ຮູ້ວ່າ: ມີຈູດເຝົ້າລະວັງເຖິງ 1.598 ໜ່ວຍຢູ່ຕາມເສັ້ນຊາຍແດນດ້ວຍກຳລັງພົນທັງໝົດ 9.398 ນາຍ. ໃນ 2 ເດືອນຜ່ານມາ, ມີຜູ້ເຂົ້າ-ອອກຕາມແນວຊາຍແດນເຖິງ 257.000 ເທື່ອຄົນ, ໃນນັ້ນມີຜູ້ເຂົ້າ-ອອກເມືອງຜິດກົດໝາຍຫຼາຍກວ່າ 4.000 ຄົນ ໄດ້ຖືກຈັບຕົວ. ຖ້າຫາກບໍ່ສະກັດກັ້ນຢ່າງທັນການ, ຜູ້ເຂົ້າເມືອງຢ່າງຜິດກົດໝາຍເຫຼົ່ານີ້ຈະເປັນຄວາມສ່ຽງແຜ່ລະບາດພະຍາດໂຄວິດ-19.
ໃນວັນດຽວກັນ, ຫຼາຍແຂວງ, ນະຄອນໃນທົ່ວປະເທດ ໄດ້ຊີ້ນໍາໃຫ້ເພີ່ມທະວີວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ – 19, ໂດຍໄດ້ສຸມໃສ່ປະຕິບັດບັນດາມາດຕະການໃສ່ຜ້າອັດປາກ – ອັດດັງຢູ່ສະຖານທີ່ສາທາລະນະ, ຈໍາກັດການເຕົ້າໂຮມກັນຫຼາຍຄົນ, ຄວບຄຸມບັນຫາຊາວເຂົ້າເມືອງຜິດກົດໝາຍຢ່າງເຂັ້ມງວດ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ baothoidai)
