ໄຊສົມບູນ ຈັດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ສົກຮຽນ 2019-2020

ໃນວັນທີ 28 ກໍລະກົດນີ້, ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ໄດ້ຈັດພິທີເປີດການສອບເສັງຈົບຊັ້ນມັດທະຍົມຕອນປາຍ ປະຈຳສົກຮຽນ 2019-2020 ຂຶ້ນ,    ເພື່ອຢັ້ງຢືນລະດັບຄວາມຮູ້, ຄວາມສາມາດ ຂອງນັກຮຽນມັດທະຍົມສຶກສາຕອນປາຍ ແລະ ປະເມີນຜົນການຮຽນ-ການສອນຂອງຄູ-ອາຈານອີກດ້ວຍ.

ຫົວໜ້າຂະແໜງສາມັນສຶກສາແຂວງ ໃຫ້ຮູ້ວ່າ: ສຳລັບການສອບເສັງດັ່ງກ່າວໃນສົກຮຽນນີ້ແຂວງໄຊສົມບູນໄດ້ຈັດສູນສອບເສັງທັງໝົດ 9 ສູນ, ມີ 60 ຫ້ອງສອບເສັງ ແລະ ມີນັກສອບເສັງ ທັງໝົດ 1.275 ຄົນ, ຍິງ 483 ຄົນ ແລະ ແບ່ງເປັນສູນສອບເສັງຢູ່ແຕ່ລະເມືອງຕ່າງໆເຊັ່ນ: ເມືອງອະນຸວົງ,  ເມືອງທ່າໂທມ, ເມືອງລ້ອງແຈ້ງ ແລະ ເມືອງຮົ່ມ ລວມມີ 4 ວິຊາສອບເສັງຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຊີວະວິທະຍາ ແລະ ພູມສາດ. ເຊິ່ງການສອບເສັງໄດ້ຈັດຂຶ້ນເປັນເອກະພາບໃນຂອບເຂດທົ່ວປະເທດ ໃນວັນທີ 29-30 ກໍລະກົດນີ້.

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ