ສານສູງມາເລເຊຍຕັດສິນອະດີດນາຍົກ ນາຈິບ ມີຄວາມຜິດທຸກຂໍ້ຫາ ໃນຄະດີທຳອິດທີ່ເຊື່ອມໂຍງການທຸຈະລິດກອງທຶນ 1MDB

ສານສູງມາເລເຊຍມີຄຳພິພາກສາໃຫ້ອະດີດນາຍົກລັດຖະມົນຕີ ນາຈິບ ຣາຊັກ ມີຄວາມຜິດທຸກຂໍ້ຫາໃນຄະດີທຳອິດຈາກທັງໝົດ 35 ຄະດີທີ່ກ່ຽວຂ້ອງກັບການທຸຈະລິດກອງທຶນ 1MDB.
ລາຍລະອຽດຄະດີທຳອິດນີ້ກ່ຽວຂ້ອງກັບການໃຊ້ເງິນງົບປະມານກອງທຶນ 1MDB ແບບບໍ່ເໝາະສົມຂອງທ່ານ ນາຈິບ ດ້ວຍການສໍ້ໂກງເງິນຈຳນວນ 42 ລ້ານຣິງກິດ ຈາກ SRC International ເຊິ່ງເປັນໜ່ວຍງານໜຶ່ງຂອງກອງທຶນ 1MDB ໂອນໄປໃຫ້ບັນຊີສ່ວນຕົວຂອງທ່ານຫລາຍບັນຊີ.
ສານພິຈາລະນາໃຫ້ທ່ານ ນາຈິບ ມີຄວາມຜິດທັງໝົດ 7 ຂໍ້ຫາໃນຄະດີນີ້ ທັງຂໍ້ຫາໃຊ້ອຳນາດໃນທາງບໍ່ຖືກຕ້ອງ, ຂໍ້ຫາລະເມີດຕໍ່ໜ້າທີ່ (Breach of Trust) ອີກ 3 ຂໍ້ຫາ ແລະ ຂໍ້ຫາຟອກເງິນອີກ 3 ຂໍ້ຫາ ໂດຍແຕ່ລະຂໍ້ຫາມີໄລຍະວາງໂທດຈຳຄຸກສູງສຸດ 20 ປີ.
ຜູ້ພິພາກສາສານສູງ ມອດ ນາຊະລານ ອ່ານຄຳພິພາກສາ ລະບຸວ່າ: ອະດີດນາຍົກລັດຖະມົນຕີ ນາຈິບ ເຊິ່ງຕອນນັ້ນຮັບຕຳແໜ່ງລັດຖະມົນຕີວ່າການກະຊວງການເງິນ “ກະທຳນອກເໜືອອຳນາດໜ້າທີ່ທີ່ໄດ້ຮັບອະນຸຍາດ” ໃນການອະນຸມັດການໂອນເງິນຈາກກອງທຶນໄປໃຫ້ບັນຊີສ່ວນຕົວ ແລະ ຢືນຢັນວ່າ: ທ່ານ ນາຈິບ ໄດ້ຮັບຜົນປະໂຫຍດຈາກການອະນຸມັດການໂອນເງິນດັ່ງກ່າວ ແລະ ບໍ່ສາມາດຂັດແຍ່ງຂໍ້ກ່າວຫາທີ່ຖືກຟ້ອງຮ້ອງໄດ້.
ຂະນະທີ່ຄຳພິພາກສາດັ່ງກ່າວມີຂຶ້ນຫລັງຈາກວັນທີ 22 ກໍລະກົດຜ່ານມາ ສານສູງມີຄຳສັ່ງໃຫ້ທ່ານ ນາຈິບ ຈ່າຍເງິນພາສີ ແລະ ຄ່າປັບໄໝຈາກການຫລີກລ່ຽງພາສີໄລຍະປີ 2011-2017 ແກ່ລັດຖະບານຈຳນວນ 1.690 ລ້ານຣິງກິດ.
ເຖິງຢ່າງໃດກໍຕາມ, ຕໍ່ຈາກນີ້ ອະດີດນາຍົກລັດຖະມົນຕີມາເລເຊຍຍັງຕ້ອງຜະເຊີນການສອບສວນອີກ 35 ຄະດີທີ່ເຊື່ອມໂຍງການທຸຈະລິດກອງທຶນ 1MDB ເຊິ່ງຄຳພິພາກໃນຄະດີທຳອິດນີ້ມີຂຶ້ນຫລັງຈາກທີ່ມີການຕັ້ງຂໍ້ຫາຕໍ່ທ່ານ ນາຈິບ ມາດົນກວ່າ 2 ປີ.

